ກະຊວງສາທາລະນະສຸກ ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ແລະ ປ້າຍຢັ້ງຢືນສຸຂານາໄມອາຫານ ໃຫ້ແກ່ຜູ້ປະກອບການໂຮງແຮມ

May be an image of 1 person, dais and textກະຊວງສາທາລະນະສຸກ ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ແລະ ປ້າຍຢັ້ງຢືນສຸຂານາໄມອາຫານ ໃຫ້ແກ່ຜູ້ປະກອບການໂຮງແຮມ, ຮ້ານອາຫານ ທີ່ຈະຮັບໃຊ້ກອງປະຊຸມ ສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ໃນປີ 2024. – ເພື່ອຮັບປະກັນທາງດ້ານອະນາໄມສິ່ງແວດລ້ອມ ແລະ ສຸຂານາໄມອາຫານ ໃຫ້ມີຄວາມສະອາດ, ປອດໄພ ຂອງບັນດາໂຮງແຮມ ແລະ ຮ້ານອານຫານ ໃນການກຽມຄວາມພ້ອມຮັບໃຊ້ ກອງປະຊຸມສຸດຍອດອາຊຽນ.
– ເພື່ອມອບໃບຢັ້ງຢືນ ແລະ ປ້າຍຢັ້ງຢືນສຸຂານາໄມອາຫານ ໃຫ້ແກ່ຜູ້ປະກອບການ ທີ່ຜ່ານມາດຖານສຸຂານາໄມອາຫານ ຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ. ສັງລວມບັນດາທຸລະກິດໂຮງແຮມລະດັບ 4-5 ດາວ, ມີ 24 ໂຮງແຮມ ແລະ ຮ້ານອາຫານ ມີ 3 ແຫ່ງ ລວມທັງໝົດ 27 ແຫ່ງ ທີ່ໄດ້ຜ່ານການກວດ ແລະ ລົງຕິດຕາມ ບັນດາຫົວໜ່ວຍທຸລະກິດດັ່ງກ່າວ . ເປັນກຽດມອບໂດຍ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ມີຕາງໜ້າຫ້ອງການກະຊວງສາທາ, ສູນ, ຕາງໜ້າຈາກຫົວໜ່ວຍທຸລະກິດໂຮງແຮມ ແລະ ຮ້ານອາຫານ ກໍເປັນກຽດຂື້ນຮັບ, ມີພາກສ່ວນທີ່ກ່ຽວ ຂ້ອງໄດ້ເຂົ້າຮ່ວມ.
ວັນທີ 16 ກັນຍາ 2024, ທີ່ ກະຊວງສາທາລະນະສຸກ.
May be an image of 2 people, dais and text