ກອງປະຊຸມ ປິດໂຄງການແຜນງານ ເສີມສ້າງຄວາມເຂັ້ມແຂງແກ່ຫ້ອງວິເຄາະ ແລະ ສ້າງຂິດຄວາມສາມາດໃນການບົ່ງມະຕິ ໃນຂົງເຂດ ອີນໂດ-ປາຊີຟິກ

ກອງປະຊຸມ ປິດໂຄງການແຜນງານ ເສີມສ້າງຄວາມເຂັ້ມແຂງແກ່ຫ້ອງວິເຄາະ ແລະ ສ້າງຂິດຄວາມສາມາດໃນການບົ່ງມະຕິ ໃນຂົງເຂດ ອີນໂດ-ປາຊີຟິກ (ແຜນງານໂຄງການ ອີນໂດ ແພກແລບ) ເຊິ່ງໄລະຍະຜ່ານການແຜ່ລະບາດຂອງພະຍາດໂຄວິດ-19, ກະຊວງສາທາລະນະສຸກ ໄດ້ເລັ່ງໃສ່ການເພີ່ມທະວີການຮັບມືກັບເຫດສຸກເສີນດ້ານສາທາ ລະ ນະສຸກໃນທຸກລະດັບໃນທົ່ວປະເທດ, •ການລົງທຶນທີ່ເປັນບູລິມະສິດຂອງພວກເຮົາ ລວມມີການເສີມສ້າງລະບົບທີ່ມີການເຊື່ອມສານໃນການຄວບຄຸມ ແລະ ຮັບມືກັບພະຍາດ, ລວມທັງເຄືອຂ່າຍຫ້ອງວິເຄາະໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນຫຼາຍຂຶ້ນ, ເຊື່ອມໂຍງກັບ ສູນປະຕິບັດການສຸກເສີນດ້ານສາທາລະນະສຸກ(EOC)ທີ່ເຂັ້ມແຂງ ແລະ ມີປະ ສິດທິພາບໃນລະດັບສູນກາງ ແລະ ທ້ອງຖີ່ນ ໄດ້ຮັບທຶນຈາກກະຊວງການຕ່າງປະເທດ ຂອງປະເທດອົດສະຕຣາລີ ຜ່ານອົງການ CHAI, ສ່ວນຫນຶ່ງຂອງຄວາມພະຍາຍາມເຫຼົ່ານີ້ ກະຊວງສາທາລະນະສຸກ ໄດ້ພັດທະນາວິໄສທັດສໍາລັບລະບົບເຊື່ອມສານຫ້ອງວິເຄາະທີ່ສະຫນອງການບໍລິການທີ່ມີຄຸນນະພາບສູງໃນທຸກລະບົບວຽກງານສາທາລະນະສຸກເປັນຕົ້ນ ການບໍລິການ ກວດເລືອດ ແລະ ເຄມີ ຂັ້ນພື້ນຖານ ໃນທົ່ວປະເທດ. ລັດຖະບານລາວໄດ້ຫັນວິກິດເປັນໂອກາດຄື: ເລີ່ມຈາກຫ້ອງວິເຄາະ 3 ແຫ່ງໃນນະຄອນຫຼວງວຽງຈັນ ໄປສູ່ເຄືອຂ່າຍຄົບວົງຈອນ ດ້ວຍຄວາມສາມາດໃນການກວດ PCR ໃນທຸກແຂວງ, ເຊື່ອມສານເຄື່ອງກວດວິເຄາະ COVID-19 ເຂົ້າໃນລະບົບຕ່ອງໂສ້ການສະໜອງຢາ ແນະ ນໍາໃຊ້ການວິ ເຄາະ Antigen ແບບໄວ ສໍາລັບການວິເຄາະ COVID-19. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ໄພວັນ ແກ້ວປະເສິດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ •ທ່ານ ນ. Benita Sommerville, ຮອງຫົວໜ້າຄະນະຜູ້ແທນສະຖານທູດອົດສະຕາລີປະຈຳ ສປປ ລາວ, •ທ່ານ Garrett Young, ຫົວໜ້າອົງການ CHAI ປະຈຳ ສປປ ລາວ, •ທ່ານ ດຣ. ພອນປະດິດ ສັງໄຊຍະລາດ, ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, •ມີບັນດາແຂກຖຶກເຊີນທຸກທ່ານທີ່ມາຈາກກະຊວງສາທາລະນະສຸກ ຈາກກົມຄວບຄຸມພະຍາດຕິດຕໍ່, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ບັນດາສູນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 6 ກັນຍາ 2024 ທີ່ ໂຮງແຮມ ລາວ-ພຣາຊາ
May be an image of 10 people, table and text