

ພະຍາດຕັບອັກເສບສາມາດເກີດຈາກຫຼາຍສາເຫດ, ລວມທັງການຕິດເຊື້ອໄວຣັສ, ການໃຊ້ຢາບາງຊະນິດທີ່ບໍ່ຖືກຕ້ອງ, ຫຼື ການດື່ມເຫຼົ້າຫຼາຍເກີນໄປ. ປະຈຸບັນທົ່ວໂລກມີຜູ້ເສຍຊີວິດຈາກພະຍາດຕັບອັກເສບປະມານ 1.3 ລ້ານຄົນໃນແຕ່ລະປີ, ສະແດງໃຫ້ເຫັນເຖິງຜົນກະທົບທີ່ຮ້າຍແຮງຂອງພະຍາດນີ້. ໃນປະເທດລາວເຮົາ, ພະຍາດຕັບອັກເສບຍັງເປັນ ບັນຫາສຸຂະພາບທີ່ສຳຄັນ ແລະ ໂຮງໝໍເຊດຖາທິຣາດມີຄວາມມຸ່ງໝັ້ນທີ່ຈະຮ່ວມມືແກ້ໄຂບັນຫາດັ່ງກ່າວ.
ພາຍໃນງານ ທ່ານ ດຣ. ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ ໄດ້ກ່າວວ່າ “ພະຍາດຕັບອັກເສບເປັນສາເຫດສໍາຄັນທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນລາວ ໂດຍສະເພາະມະເຮັງຕັບ ຫຼາຍຄົນກໍຍັງບໍ່ຮູ້ຕົວວ່າຕົນເອງເປັນພະຍາດນີ້ຈົນກວ່າຈະມີອາການຊຸດໂຊມແລ້ວຈິ່ງມາກວດ.
ດັ່ງນັ້ນ ໂຮງໝໍເຊດຖາທິຣາດພວກເຮົາເຫັນຄວາມສໍາຄັນຂອງການກວດຫາພະຍາດຕັບ ແລະປິ່ນປົວໃນເບື້ອງຕົ້ນ ແລະໄດ້ເອົາໃຈໃສ່ຍົກສູງການໃຫ້ການບໍລິການຕາມນະໂຍບາຍ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກ ຈຶ່ງໄດ້ນໍາເອົາເທັກໂນໂລຍີ Fibroscan ເຂົ້າມາໃຊ້ເປັນແຫ່ງທໍາອິດໃນປະເທດລາວ ເຊິ່ງເປັນວິທີການກວດທີ່ທັນສະໄໝ ສາມາດກວດສຸຂະພາບຂອງຕັບໄດ້ ຢ່າງວ່ອງໄວ, ປອດໄພ ແລະ ບໍ່ເຈັບ”
ໂດຍເຄື່ອງ Fibro scan ເປັນເທັກໂນໂລຊີໃໝ່ລ່າສຸດໃນການກວດຫາພາວະພັງຜືດໃນເນື້ອຕັບ ແລະ ກວດວັດປະລິມານໄຂມັນສະສົມໃນຕັບ ໂດຍບໍ່ໃຫ້ເກີດຄວາມເຈັບປວດໃດໆ ແລະ ຫຼຸດຜ່ອນ ຄວາມສ່ຽງການເກີດພາວະແຊກຊ້ອນຈາກການເຈາະຕັບ (Liver biopsy).
ເຖິງວ່າພະຍາດຕັບອັກເສບ ສາມາດປິ່ນປົວໃຫ້ຫາຍຂາດໄດ້, ແຕ່ການກວດພົບແຕ່ເລີ່ມຕົ້ນ ແລະ ເລີ່ມປິ່ນປົວຢ່າງທັນເວລາ ຍັງເປັນປັດໃຈສຳຄັນໃນການຮັກສາ. ການກວດສຸຂະພາບຕັບເປັນປະຈຳຈະຊ່ວຍໃຫ້ທ່ານໝໍ ສາມາດກວດຫາພະຍາດ ໄດ້ຕັ້ງແຕ່ໃນໄລຍະເລີ່ມຕົ້ນ, ເຊິ່ງເປັນໄລຍະທີ່ມີໂອກາດສູງໃນການປິ່ນປົວໃຫ້ຫາຍຂາດໄດ້.
ພິເສດ! ເພື່ອໃຫ້ຄົນທົ່ວໄປ ແລະ ຄົນເຈັບສາມາດເຂົ້າເຖິງການກວດສຸຂະພາບຕັບງ່າຍຂື້ນ, ໂຮງໝໍເຊດຖາທິຣາດມີສ່ວນຫຼຸດ 15% ສຳລັບການກວດ Fibroscan ສະເພາະວັນທີ 20 ເຖິງ 30 ກັນຍາ 2024.
ສອບຖາມຂໍ້ມູນເພີ່ມເຕີມ ຫຼື ຈອງຄິວກວດຕັບໄດ້ທີ່:
ເບີໂທ: 030 538 1740
