ກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍ ສາທາລະນະສຸກ,ກົດໝາຍວ່າດ້ວຍ ການຮັກສາສຸຂະພາບຂັ້ນຕົ້ນ ແລະ ກົດໝາຍວ່າດ້ວຍ ການປິ່ນປົວ (ສະບັບປັບປຸງ)

May be an image of 3 people, dais and textກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍ ສາທາລະນະສຸກ,ກົດໝາຍວ່າດ້ວຍ ການຮັກສາສຸຂະພາບຂັ້ນຕົ້ນ ແລະ ກົດໝາຍວ່າດ້ວຍ ການປິ່ນປົວ (ສະບັບປັບປຸງ) ໃຫ້ 03 ແຂວງ: (ແຂວງ ວຽງຈັນ, ແຂວງ ບໍລິຄໍາໄຊ ແລະ ແຂວງ ໄຊສົມບູນ) ໂດຍການເປັນປະທານຂອງທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານຮອງເຈົ້າແຂວງ ແຂວງບໍລິຄໍາໄຊ ແລະ ໄຊສົມບູນ, ຮອງປະທານ ອົງການກາເເດງແຫ່ງຊາດລາວ, ບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດ, ທ່ານ ປະທານສະພາວິຊາວິຊາຊີບສາທາລະນະສຸກ, ທ່ານຫົວໜ້າ/ຮອງຫົວໜ້າກົມ ກໍາມາທິກາ
ນກົດໝາຍ ແລະ ກໍາມາທິການວັດທະນະທໍາ – ສັງຄົມ ສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ, ກະຊວງ ຍຸຕິທໍາ, ບັນດາຫົວໜ້າ/ຮອງຫົວໜ້າ ຫ້ອງການ, ບັນດາກົມ, ສູນກໍເຂົ້າຮ່ວມ ກອງປະຊຸມໄດ້ຈັດຂຶ້ນໃນວັນ ທີ 02 ກັນຍາ 2024, ທີ່ຫ້ອງປະຊຸມ ໂຮງແຮມ ອາມາລີ, ເມືອງວັງວຽງ, ແຂວງວຽງຈັນ. ໃນກອງປະຊຸມໃນນີ້ ມີການໂຄສະນາ, ເຜີຍແຜ່ ກົດໝາຍຮ່ວມກັນທັງໝົດ 03 ສະບັບ ຄື:
1. ກົດໝາຍວ່າດ້ວຍ ສາທາລະນະສຸກ (ສະບັບສ້າງໃໝ່) ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ສະບັບເລກທີ 38/ສພຊ, ລົງວັນທີ 17 ກໍລະກົດ 2023 ແລະ ທ່ານປະທານປະເທດ ກໍໄດ້ອອກລັດຖະດຳລັດ ກ່ຽວກັບການປະກາດໃຊ້ ສະບັບເລກທີ 094/ປປທ, ລົງວັນທີ 30 ສິງຫາ 2023;
2. ກົດໝາຍ ວ່າດ້ວຍ ການຮັກສາສຸຂະພາບຂັ້ນຕົ້ນ (ສະບັບສ້າງໃໝ່) ທີ່ສະພາແຫ່ງຊາດ ໄດ້ຮັບຮອງແລ້ວ ສະບັບເລກທີ 49/ສພຊ, ລົງວັນທີ 20 ພະຈິກ 2023 ແລະ ທ່ານປະທານປະເທດ ກໍໄດ້ອອກລັດຖະດຳລັດ ກ່ຽວກັບການປະກາດໃຊ້ ສະບັບເລກທີ 007/ປປທ, ລົງວັນທີ 05 ມັງກອນ 2024;
3. ກົດໝາຍ ການປິ່ນ ປົວ (ສະບັບປັບປຸງ) ທີ່ສະພາແຫ່ງຊາດ ໄດ້ຮັບຮອງແລ້ວ ສະບັບເລກທີ 48/ສພຊ, ລົງວັນທີ 20 ພະຈິກ 2023 ແລະ ທ່ານປະທານປະເທດ ກໍໄດ້ອອກລັດຖະດຳລັດ ກ່ຽວກັບການປະກາດໃຊ້ ສະບັບເລກທີ 006/ປປທ, ລົງວັນທີ 05 ມັງກອນ 2024;

ຊິ່ງກົດໝາຍ ທັງ 03 ສະບັບ ເປັນກົດໝາຍທີ່ມີຄວາມຈຳເປັນ ແລະ ສຳຄັນຫຼາຍຕໍ່ກັບຂະແໜງ ການສາທາລະນະສຸກ ຂອງພວກເຮົາ ໂດຍສະເພາະກົດໝາຍ ວ່າດ້ວຍສາທາລະນະສຸກ ເຊິ່ງເປັນກົດໝາຍແມ່ ຂອງຂະແໜງການສາທາລະນະສຸກ ໄດ້ກຳນົດບັນດາວຽກງານສາທາລະນະສຸກ, ກຳນົດບັນດາຫຼັກການ 
ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານສາທາລະນະສຸກ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ, ກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ເປັນຕົ້ນ ການເບິ່ງແຍງ, ດູແລ ແລະ ການຮັກສາສຸຂະພາບຂັ້ນພື້ນຖານ ຂອງປະຊາຊົນ ໃຫ້ຖືກຕ້ອງ ຕາມຫຼັກການສຸຂານາໄມ, ກົດໝາຍ ວ່າດ້ວຍການປິ່ນປົວ ເພື່ອຮັບປະກັນໃຫ້ພົນລະເມືອງທຸກຄົນ ໄດ້ຮັບການບໍລິການປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຢ່າງທົ່ວເຖິງ, ສະເໝີພາບ, ຍຸຕິທໍາ ປົກປ້ອງສິດ ແລະ ຜົນປະໂຫຍອັນສອບທຳຂອງຜູ້ຮັບ ແລະ ຜູ້ໃຫ້ບໍລິການປິ່ນປົວ.
May be an image of 10 people, table and text