ກອງປະຊຸມໃຫຍ່ຄັ້ງທີ່ IV ຂອງໜ່ວຍພັກຄະນະສາທາລະນະສຸກສາດ

ກອງປະຊຸມໃຫຍ່ຄັ້ງທີ່ IV ຂອງໜ່ວຍພັກຄະນະສາທາລະນະສຸກສາດ (ທີ່ຂື້ນກັບຄະນະພັກຮາກຖານ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ), ກະຊວງສາທາລະນະສຸກ. ໄດ້ເປີດຂື້ນຢ່າງເປັນທາງການໃນວັນທີ່ 30 ສິງຫາ 2024 ທີ່ຫ້ອງປະຊຸມໃຫຍ່ອໍາຟີ ວິທະຍາເຂດເພຍວັດ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມທັງເປັນປະທານກອງປະຊຸມ, ສະຫາຍ ຮສ. ດຣ. ບຸນຖົມ ຊາມຸນຕຣີ, ກໍາມະການປະຈໍາພັກກະຊວງ, ເລຂາພັກຮາກຖານ, ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ຫົວໜ້າທີມງານທີ 5 ຊີ້ ນໍາບັ້ນດໍາເນີນຊີວິດການເມືອງເປັນຄະນະ, ສະຫາຍ ສຈ. ປອ. ດຣ. ມາຍຟອງ ມາຍຊາຍ, ຄະນະກໍາມະການພັກກະ ຊວງ, ຄະນະພັກຮາກຖານ ມວສ, ຮອງຫົວໜ້າທີມງານທີ 5 ຊີ້ນໍາບັ້ນດໍາເນີນຊີວິດການເມືອງ, ມີບັນດາແຂກຖືກເຊີນ ພ້ອມທັງສະມາຊິກພັກສົມບູນ ແລະ ຕາງໜ້າຂອງສາມອົງການຈັດຕັ້ງມະຫາຊົນເຂົ້າຮ່ວມທັງໝົດ 55 ສະຫາຍ,
ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານການເມືອງຂອງຄະນະໜ່ວຍພັກ ຄະນະສາທາລະນະສຸກສາດຊຸດເກົ່າໃນໄລຍະຜ່ານມາ ແລະ ທິດທາງແຜນການ 2025-2030 ແລະ ໄດ້ດໍາເນີນເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ສະມັກທັງໝົດ 05 ສະຫາຍ, ຄັດເລືອກເອົາ 03 ສະຫາຍເປັນຄະນະໜ່ວຍພັກຊຸດໃໝ່ ແລະ ຜົນຂອງການເລືອກຕັ້ງມີຄື:
1. ສະຫາຍ ປອ.ດຣ. ນ. ລັດສະໝີ ອຸໄລ, ເປັນເລຂາໜ່ວຍພັກ, ຮັບຜິດຊອບຊີ້ນໍາລວມ, ລົງເລິກວຽກງານການເມືອງແນວຄິດ, ການຈັດຕັ້ງພະນັກງານ, ວຽກງານປັບປຸງກໍ່ສ້າງ ແລະ ຂະຫຍາຍພັກ.
2. ສະຫາຍ ດຣ. ນ. ຄໍາຕິມ ຊາມຸນຕຣີ, ເປັນຮອງເລຂາໜ່ວຍພັກ, ເປັນປະທານກວດກາພັກ, ຊີ້ນໍາວຽກງານປ້ອງກັນພາຍໃນ ແລະ ຊ່ວຍວຽກການເມືອງແນວຄິດ.
3. ສະຫາຍ ດຣ. ນ. ວາດສະໜາ ທໍາມະວົງສາ, ເປັນກໍາມະການພັກໜ່ວຍພັກ, ຊີ້ນໍາວຽກງານອົງການຈັດຕັ້ງມະຫາ ຊົນ, ວຽກຂະບວນການ, ສະຖິຕິພັກ ແລະ ການເງິນຂອງພັກ.
ຫລັງຈາກນັ້ນກອງປະຊຸມໄດ້ຮັບກຽດອັນສູງສົ່ງຕໍ່ການໂອ້ລົມໃຫ້ຄໍາຄິດຄໍາເຫັນຈາກ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ, ສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານອັນໃຫຍ່ຫຼວງທີ່ທາງຄະນະໜ່ວຍພັກຊຸດເກົ່າຍາດມາໄດ້ໃນຊຸມປີຜ່ານມາ, ຄຽງຄູ່ກັນນັ້ນສະຫາຍຍັງໄດ້ຍົກບາງບັນຫາຊື່ງທາງຄະນະໜ່ວຍພັກຊຸດໃໝ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ພັດທະນາໃຫ້ມີຜົນສໍາເລັດ.
May be an image of 7 people, dais and textMay be an image of 11 people, dais and text