3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ຈັດຂະບວນການບໍລິຈາກເລືອດ

3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ຈັດຂະບວນການບໍລິຈາກເລືອດ ເພື່ອຊົມເຊີຍວັນລັດຖະທໍາມະນູນແຫ່ງຊາດ 15 ສິງຫາ ຄົບຮອບ 33 ປີ, ວັນຢຶດອໍານາດທົ່ວປະເທດ 23 ສິງຫາ ຄົບຮອບ 49 ປີ ແລະ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 03 ຂັ້ນ ຂອງພັກກະຊວງສາທາລະນະສຸກ ຂຶ້ນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຄະນະປະຈຳພັກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ປອ. ດຣ. ນ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາ ຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະໜ່ວຍພັກຫົວໜ້າ/ຮອງ ຫ້ອງການ, ກົມ, ສະຖາບັນ, ມະຫາວິທະຍາໄລ, ສູນ,ໂຮງໝໍ, ໂຮງຮຽນ, ໂຮງງານ ອ້ອມຂ້າງກະຊວງສາທາລະນະສຸກ, ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ, ຄະນະທິມງານຈາກອົງການກາແດງແຫ່ງຊາດລາວ ແລະ ສະມາຊິກຂອງສາມອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກກໍ່ໄດ້ເຂົ້າຮ່ວມ.
ການຈັດພິທີສ້າງຂະບວນການໃນຄັ້ງນີ້ ແມ່ນເປັນຜົນງານອັນຍິ່ງໃຫຍ່ ແລະ ມີຄວາມສໍາຄັນທີ່ດີເລີດຂອງຂະບວນການ 3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ສົມທົບກັບອົງການກາແດງແຫ່ງຊາດລາວ ຫຼື ສະຖາບັນເລືອດແຫ່ງຊາດ ເຊີ່ງເລືອດ ແລະ ຜະລິດຕະພັນເລືອດ ທີ່ໄດ້ຮັບການບໍລິຈາກ ແມ່ນສາມາດຊ່ວຍຊີວິດຄົນເຈັບໄດ້ຫຼາຍ ແລະ ການຕອບສະໜອງຂອງເລືອດເຂົ້າໃນການປີ່ນປົວຮັກສາ ຍັງເປັນສິ່ງສໍາຄັນໃນການພັດທະນາຄຸນນະພາບຊີວິດ ລວມທັງການຮັກສາຊີວິດຂອງແມ່ ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເປັນການປະກອບສ່ວນເຂົ້າໃນການຫລຸດຜ່ອນອັດຕາການຕາຍຂອງແມ່, ໂດຍສະເພາະສະພາບຕົວເລກການຕາຍຂອງແມ່ທີ່ເກີດລູກໃນແຕ່ລະປີ ຢູ່ ສປປ ລາວ ແມ່ນຍັງສູງ ແລະ ກໍ່ຍັງມີອີກຫຼາຍກໍລະນີ ທີ່ມີອາການສົນ, ເຊີ່ງຈໍາເປັນຕ້ອງມີເລືອດມາຕອບສະໜອງໃຫ້ພຽງພໍ ແລະ ປອດໄພຢູ່ໃນທຸກລະດັບແຕ່ສູນກາງຮອດທ້ອງຖີ່ນ.
ດັ່ງຄຳຂວັນທີ່ວ່າ:
“ບໍລິຈາກເລືອດແມ່ນຮັກຊາດ ແລະ ພັດທະນາ”
“ເລືອດໜຶ່ງຢົດ ເພື່ອອະນາຄົດຂອງຊາດ”
“ສິນໄຊແຫ່ງຍຸກສະໃໝ່ ຮ່ວມໃຈບໍລິຈາກເລືອດ”
“ບໍລິຈາກເລືອດແມ່ນພະລັງແຫ່ງຄວາມສາມັກຄີ ມາຮ່ວມບໍລິຈາກເລືອດເພື່ອຊ່ວຍຊີວິດ”
ເລືອດພຽງຖົງນ້ອຍໆ ແຕ່ມີຄ່າລາຄາແພງ
ເລືອດພຽງຢົດແດງໆ ແພງກວ່າເງິນຫຼາຍຕື້
ເຖິງຈະມີເງິນຊື້ ແຕ່ບາງມື້ບໍ່ມີຂາຍ
ພວກສະຫາຍຈົ່ງໄດ້ ຈິງໃຈໃຫ້ ຊ່ວຍຊີວິດ ແທ້ເນີ.
ວັນທີ 30 ສິງຫາ 2024 ທີ່ກະຊວງສາທາລະນະສຸກ.
May be an image of 8 people and textMay be an image of 8 people, hospital and text
May be an image of 3 people, hospital and text