ກອງປະຊຸມໃຫຍ່ໜ່ວຍພັກຮາກຖານ ກົມປິ່ນປົວ ແລະ ຟື້ນນຟູໜ້າທີ່ການ ຄັ້ງທີVI

ກອງປະຊຸມໃຫຍ່ໜ່ວຍພັກຮາກຖານ ກົມປິ່ນປົວ ແລະ ຟື້ນນຟູໜ້າທີ່ການ ຄັ້ງທີVI ເພື່ອການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງສາທາລະນະສຸກ ຄັ້ງທີ X; ໜ່ວຍພັກຮາກຖານກົມປິ່ນປົວ ແລະ ຟຶ້ນຟູໜ້າທີ່ການ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ 2020-2024 ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າປີ 2025-2029 ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ດຣ. ດຣ. ສະໜອງ ທອງຊະນະ ຮອງເລຂາພັກກະຊວງ, ຄະປະຈໍາພັກກະຊວງ, ສະຫາຍ ດຣ. ຄຳໃສ ເດດລືໄຊ ເລຂາພັກກົມປິ່ນປົວຟຶ້ນຟູໜ້າທີ່ການ, ມີຄະນະຫ້ອງການພັກກະຊວງ, ກົມກວດກາກະຊວງ, ເລຂາພັກຈາກໂຮງໝໍສູນກາງ, ສະມາຊິກພັກສົມບູນ, ຕາງໜ້າຂອງສາມອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 23 ສະຫາຍ,
ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານການເມືອງຂອງຄະນະໜ່ວຍພັກ ແລະ ໄດ້ດໍາເນີນການເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ສະມັກທັງໝົດ 05 ສະຫາຍ, ຄັດເລືອກເອົາ 03 ສະຫາຍເປັນຄະນະໜ່ວຍພັກຊຸດໃໝ່ ແລະ ຜົນຂອງການເລືອກຕັ້ງມີຄື: 1. ສະຫາຍ ດຣ. ຄໍາໃສ ເດັດລືໄຊ ເປັນເລຂາໜ່ວຍພັກ, ຮັບຜິດຊອບຊີ້ນໍາລວມ, ລົງເລິກວຽກງານການເມືອງແນວຄິດ, ການຈັດຕັ້ງພະນັກງານ, ວຽກງານປັບປຸງກໍ່ສ້າງ ແລະ ຂະຫຍາຍພັກ.
2. ສະຫາຍ ດຣ. ນ. ສົມມະນາ ລັດຕະນະ, ເປັນຮອງເລຂາໜ່ວຍພັກ, ປະທານກວດກາພັກ-ຊ່ວຍເລຂາ, ວຽກງານການເມືອງແນວຄິດ ແລະ ວຽກປ້ອງກັນຄວາມສະຫງົບ.
3. ສະຫາຍ ປອ. ດຣ. ນ. ວຽງສາຄອນ ຫຼວງປະດິດ, ເປັນກໍາມະການໜ່ວຍພັກ, ຊີ້ນໍາວຽກງານອົງການຈັດ ຕັ້ງມະຫາຊົນ, ວຽກຂະບວນການ, ສະຖິຕິພັກ ແລະ ການເງິນຂອງພັກ.
ຫລັງຈາກນັ້ນກອງປະຊຸມໄດ້ຮັບກຽດອັນສູງສົ່ງຕໍ່ການໂອ້ລົມໃຫ້ຄໍາຄິດຄໍາເຫັນຈາກ ສະຫາຍ ປອ. ດຣ. ບຸນແຝງ ພູມ ມະໄລສິດ, ສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານອັນໃຫຍ່ຫຼວງທີ່ທາງຄະນະໜ່ວຍພັກຊຸດເກົ່າຍາດມາໄດ້ໃນຊຸມປີຜ່ານມາ, ຄຽງຄູ່ກັນນັ້ນສະຫາຍຍັງໄດ້ຍົກບາງບັນຫາຊື່ງທາງຄະນະໜ່ວຍພັກຊຸດໃໝ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ພັດທະນາວຽກງານ ໃຫ້ມີຜົນສໍາເລັດ.
ວັນທີ 28 ສິງຫາ 2024 ທີ່ ກະຊວງສາທາລະນະສຸກ
May be an image of 12 people, dais and textMay be an image of 9 people and text