ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ສາດສະດາຈານ​ ນາກາໂຕ ນັດຊຶເມະ ອຳນວຍການ ມູນນິທິ ສົບແວ່ງ ເພດານໂຫວ່​ຍີ່ປຸ່ນ

ວັນທີ 27 ສິງຫາ 2024 ທີ່ຜ່ານມາ, ທີ່ກະຊວງສາທາລະນະສຸກ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ສາດສະດາຈານ​ ນາກາໂຕ ນັດຊຶເມະ ອຳນວຍການ ມູນນິທິ ສົບແວ່ງ ເພດານໂຫວ່​ຍີ່ປຸ່ນ, ຜູ້ປະຈຳການ ກອງເລຂາ ກົງສູນກິດຕິມະສັກລາວ ປະຈຳເມືອງນາໂກຢາ,​ ແຂວງໄອຈິ ພ້ອມດ້ວຍທີມງານ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ພ້ອມທັງປຶກສາຫາລືການປະຕິບັດໜ້າທີ່ທີ່ທີມງານໄດ້ມາຊ່ວຍເຫຼືອໃນການຜ່າຕັດ ສົບແວ່ງ ເພດານໂວ່ ໃຫ້ເດັກນ້ອຍລາວໄດ້ມີສຸຂະພາບໜ້າຕາທີ່ດີຂຶ້ນ ໃນໄລຍະທີ່ຜ່ານມາ, ໂດຍສະເພາະວຽກງານການຮ່ວມມືກັບໂຮງໝໍເຊດຖາທິຣາດເພື່ອຍົກສູງຄຸນນະພາບການບໍລິການດ້ານວິຊາການ ແລະ ຊ່ວຍເຫຼືອໂຮງໝໍໃຫ້ກາຍເປັນໂຮງໝໍທີ່ທັນສະໄໝໃນອະນາຄົດ.

May be an image of 2 people, dais and the Oval OfficeMay be an image of 7 people, dais and text