ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຮາກຖານ ສູນແມ່ ແລະ ເດັກ

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຮາກຖານ ສູນແມ່ ແລະ ເດັກ ໄດ້ເປີດຂື້ນຢ່າງເປັນທາງການຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 43 ສະຫາຍ, ແລະ ມີຜູ້ມີສິດປ່ອນບັດເລຶອກຕັ້ງ 28 ສະຫາຍ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະ ຫາຍ ປອ.ດຣ ບຸນແຟງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາ ທາລະນະສຸກ, ສະຫາຍ ປອ.ດຣ ບຸນຊູ ແກ້ວຫາວົງ ຄະນະປະຈຳພັກກະຊວງ, ຫົວໜ້າກົມອາຫານ ແລະ ຢາ, ສະຫາຍ ດຣ ບັນດິດ ຊຸມພົນພັກດີ ຮັກສາການ ເລຂາພັກສູນ, ຫົວໜ້າສູນແມ່ ແລະ ເດັກ, ມີຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານກະຊວງສາທາ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ. ກອງປະຊຸມໄດ້ສະຫຼຸບຕີລາຄາເພື່ອສະຫຼຸບຕີລາຄາວຽກງານຂອງໜ່ວຍພັກສູນແມ່ ແລະ ເດັກ ໄລຍະ 5 ປີ ຜ່ານມາ (2019-2024) ແລະ ທິດທາງແຜນການ 5 ປີ (2025-2029) ເພື່ອເປັນການເລຶອກຕັ້ງເອົາເລຂາຄະນະພັກຊຸດໃໝ່ ໂດຍມີຜູ້ສະໝັກ 5 ທ່ານ ແລະ ເລືອກເອົາ 3 ສະຫາຍ, ໃຫ້ຜູ້ສະໝັກປະຕິບັດລະບຽບວິໃນຂອງການເລຶອກຕັ້ງ ແລະ ຜົນໃນການເລຶອກຕັ້ງໄດ້ 3 ສະຫາຍດັ່ງນີ້ :
– ສະຫາຍ ດຣ ບັນດິດ ຊຸມພົນພັກດີ ເປັນເລຂາໜ່ວຍພັກ, ຊີ້ນຳລວມ, ລົງເລິກວຽກງານການເມືອງແນວຄິດ.
– ສະຫາຍ ດຣ ກອງໄຊ ພູນແພງຮັກ ເປັນຮອງເລຂາໜ່ວຍພັກ, ເປັນປະທານກວດກາພັກ – ຮັບຜິດຊອບວຽກກງານປ້ອງກັນ.
– ສະຫາຍ ຈັນຄໍາ ເຕັງເບຼຍຈື ເປັນກໍາມະການໜ່ວຍພັກ, ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ.
ຈາກນັ້ນ, ສະຫາຍ ປອ. ດຣ ບຸນແຝງ ພູມມະໄລສິດ ປະທານກອງປະຊຸມໄດ້ໃຫ້ທິດຊິ້ນຳແກ່ຄະນະໜ່ວຍພັກຊຸດໃໝ່ໃນການປັບປຸງແກ້ໃຂ ຂໍ້ຄົງຄ້າງບາງວຽກງານ, ພ້ອມກັນຜັນຂະຫຍາຍທິດທາງແຜນການປີ 2025–2029 ຂອງໜ່ວຍພັກໃຫ້ວຽກງານການເມືອງມີການພັດທະນາຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດ.
ວັນທີ 21 ສິງຫາ 2024, ທີ່ ຫ້ອງປະຊຸມໃຫຍ່ກະຊວງສາທາລະນະສຸກ
May be an image of 6 people, people studying and text