ພິທີຮັບສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ແລະ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ

May be an image of 6 people, dais and textວັນທີ 20 ສິງຫາ 2024 ທີ່ກະຊວງສາທາລະນະສຸກ, ໄດ້ຈັດພິທີຮັບສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ແລະ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຫ້ອງການກະຊວງ ແລະ ສະມາຊິກພັກຂອງພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງສາທາລະນະສຸກ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຈຳນວນ 12 ສະຫາຍ:
– ໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ 1 ສະຫາຍ
– ໜ່ວຍພັກຮາກຖານກົມກວດກາ 1 ສະຫາຍ
– ໜ່ວຍພັກຮາກຖານ ກອງກວດກາອາຫານ ແລະ ຢາ 2 ສະຫາຍ
– ໜ່ວຍພັກຮາກຖານສູນຜິວໜັງ 1 ສະຫາຍ
– ໜ່ວຍພັກຮາກຖານສູນວິໄຈອາຫານ ແລະ ຢາ 1 ສະຫາຍ
– ໜ່ວຍພັກຮາກຖານສູນປິ່ນປົວ ແລະ ຮັກສາສຸຂະພາບຕາ 1 ສະຫາຍ
– ໜ່ວຍພັກຮາກຖານໂຮງໝໍເຊດຖາທິຣາດ 5 ສະຫາຍ
ພ້ອມກັນນັ້ນກໍ່ຍັງຜ່ານຂໍ້ຕົກລົງຂອງຄະນະພັກກະຊວງສາທາລະນະສຸກ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຈຳນວນ 3 ສະຫາຍ:
– ໜ່ວຍພັກຮາກຖານກົມຄວບຄຸມພະຍາດຕິດຕໍ່ 1 ສະຫາຍ
– ໜ່ວຍພັກຮາກຖານກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ 1 ສະຫາຍ
– ໜ່ວຍພັກຮາກຖານສູນວິເຄາະ ແລະ ລະບາດວິທະຍາ 1 ສະຫາຍ. ໃນພິທີທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ຍັງໄດ້ມີຄຳເຫັນ ແລະ ໂອ້ລົມໃຫ້ຄຳຕັກເຕືອນຕໍ່ສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງອີກດ້ວຍ.
May be an image of 10 people, dais and textMay be an image of 7 people, people studying and text