ພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ແລະ ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ

ວັນທີ 20 ສິງຫາ 202 ຜ່ານມາ ທີ່ກະຊວງສາທາລະນະສຸກ ໄດ້ມີພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ແລະ ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ຈຳນວນ 38 ສະຫາຍຈາກ ຄະນະພັກຮາກຖານ ມວສ, ໂຮງໝໍມະໂຫສົດ, ໂຮງໝໍເດັກ ແລະ ໜ່ວຍພັກຮາກຖານ ສູນໂພສະນາການ, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຫ້ອງການກະຊວງ ແລະ ສະມາຊິກພັກຂອງພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.