ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຮາກຖານ ສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຮາກຖານ ສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ໄດ້ເປີດຂື້ນຢ່າງເປັນທາງການມີຜູ້ແທນເຂົ້າຮ່ວມທັງໝົດ 30 ສະຫາຍ, ແລະ ມີຜູ້ມີສິດປ່ອນບັດເລຶອກຕັ້ງ 15 ສະຫາຍ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ.ດຣ ບຸນແຟງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, May be an image of 5 people, dais and textລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ປອ.ດຣ ບຸນຊູ ແກ້ວຫາວົງ ຄະນະປະຈຳພັກກະຊວງ, ຫົວໜ້າກົມອາ ຫານ ແລະ ຢາ, ສະຫາຍ ດຣ ຄຸດແກ້ວ ເອຶອດໄຊຍະເສນ ຮອງຫົວໜ້າສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ມີຕາງໜ້າກົມຈັດຕັ້ງ – ພະນັກງານ ກະຊວງສາທາ, ມີບັນດາພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ : – ເພື່ອສະຫຼຸບຕີລາຄາວຽກງານຂອງໜ່ວຍພັກສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ໄລຍະ 5 ປີ ຜ່ານມາ (2019-2024) ແລະ ທິດທາງແຜນການ 5 ປີ (2025-2030) – ກອງປະຊຸມໃດ້ບ້ອນບັດເລືອກຕັ້ງຄະນະຊຸດໃຫມ່ 3 ສະຫາຍດັ່ງນີ້ : ສະຫາຍ ແສງເພັດ ແກ້ວມະນີເລຂາໜ່ວຍພັກສູນ, ຮັບພິຊອບຊີ້ນຳລວມ. ສະຫາຍ ຄຳພູໄທ ສິດທິລາດ ຮອງເລຂາໜ່ວຍພັກຮັບພິຊອບວຽກ ງານກວດກາ, ສະຫາຍ ນ. ອຸ່ນເຮຶອນ ພູມປະດິດ ເປັນຄະນະກຳມະການ, ຈາກນັ້ນ ສະຫາຍປະທານກອງປະຊຸມໄດ້ໃຫ້ທິດຊິ້ນຳແກ່ຄະນະໜ່ວຍພັກຊຸດໃໝ່ໃນການປັບປຸງແກ້ໃຂ ຂໍ້ຄົງຄ້າງບາງວຽກງານ, ພ້ອມກັນຜັນຂະຫຍາຍທິດທາງແຜນການປີ 2025 – 2030 ຂອງໜ່ວຍພັກໃຫ້ວຽກງານການເມືອງມີການພັດທະນາຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດ.
ວັນທີ 23 ກໍລະກົດ 2024 ທີ່ ຫ້ອງປະຊຸມໃຫຍ່ກະຊວງສາທາລະນະສຸກ