ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ

ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ. ໃນຕອນເຊົ້າວັນທີ 13 ສິງຫາ 2024 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ.

ມີທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ Dr Timothy Peter Armstrong ຫົວໜ້າອົງການອະນາໄມໂລກປະຈຳ ສປປ ລາວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານ ຮອງເຈົ້າ ແຂວງທົ່ວປະເທດ, ທ່ານ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ຜູ້ຕາງໜ້າພະແນກສາທາລະນະສຸກແຂວງທົ່ວປະເທດ, ພ້ອມດ້ວຍແຂກທີ່ກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມພັດທະນາ ກໍ່ໄດ້ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບຜົນການດຳເນີນກອງປະຊຸມຄັ້ງນີ້ ວ່າ: ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ວາງແຜນຮ່ວມມືກັນ ປະຕິບັດມາດຕະການຄວບຄຸມໄຂ້ຍຸງລາຍ ໂດຍສະເພາະ ການທໍາລາຍແຫຼ່ງເພາະພັນໄຂ່ຍຸງລາຍ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນ ໃນວຽກງານດັ່ງກ່າວ. ກອງປະຊຸມ ໄດ້ປຶກສາຫາລືຖອດຖອນບົດຮຽນ ການປະຕິບັດຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການໃນການກັນ ແລະ ຄວບຄຸມໄຂ້ຍຸງລາຍ, ສະບັບເລກທີ 03/ນຍ, ລົງວັນທີ 22 ກຸມພາ 2024. ພ້ອມກັນນັ້ນ ກໍ່ໄດ້ຖອດຖອດບົດຮຽນການປະຕິບັດ 5 ປໍ ທີ່ທາງກະຊວງສາທາລະນະສຸກ ວາງອອກ ຄື: ປິດ ຝາພາຊະນະບັນຈຸນໍ້າໃຊ້ໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, ປ່ຽນນໍ້າໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນໍ້າ, ປ່ອຍປາຫາງນົກຍຸງ ເພື່ອກິນໜອນນໍ້າຍຸງລາຍ, ປັບປຸງ ໂດຍການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີ ກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ, ປະຕິບັດ ໃຫ້ເປັນນິໄສ ເປັນປະຈໍາ ທຸກໆອາທິດ.
ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມ ເພື່ອສືບຕໍ່ໃຫ້ເອົາໃຈໃສ່ບາງດ້ານສຳຄັນ ເປັນຕົ້ນ:
1. ໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ຂອງກະຊວງສາທາລະນະສຸກ ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ ໂດຍເລີ່ມຈາກການໂຄສະນາສຶກສາອົບຮົມ ນຳພາ-ຊີ້ນຳ ການວາງແຜນ ແລະ ກຽມຄວາມພ້ອມທຸກດ້ານ ມີມາດຕະການຄົບຊຸດ ໃນການກັນ, ຄວບຄຸມ ແກ້ໄຂການລະບາດຂອງພະຍາດໄຂ້ເລືອດອອກ ຕາມທິດ ກັນດີກວ່າແກ້.
2. ໃຫ້ມີການແນະນຳຢ່າງລະອຽດຈະແຈ້ງ ກ່ຽວກັບວິທີການ ແລະ ຮູບແບບການຕ້ານພະຍາດໄຂ້ຍຸງລາຍ ໂດຍການດຳເນີນການຈັດຕັ້ງປະຕິບັດຕາມ (5 ປໍ: ປິດ, ປ່ຽນ, ປ່ອຍ, ປັບປຸງ ແລະ ປະຕິບັດ)
3. ສ້າງແຜນກຽມພ້ອມທາງດ້ານງົບປະມານທີ່ຈຳເປັນ (ອຸປະກອນ, ພາຫະນະ, ຢຸກຢາ, ແພດໝໍ…) ໃນກໍລະນີທີ່ສຸກເສີນ ທີ່ອາດຈະເກີດຂຶ້ນ.
4. ເອົາໃຈໃສ່ຈັດຕັ້ງການຝຶກອົບຮົມ ເຕັກນິກທາງດ້ານການແພດ ໃຫ້ແກ່ພະນັກງານແພດໝໍຂອງຂະແໜງການ ຂັ້ນແຂວງ, ຂັ້ນເມືອງ ແລະ ສຸກສາລາ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ, ຕິດຕາມກວດກາ ການບົ່ງມະຕິພະຍາດປະເພດຕ່າງໆ ເປັນຕົ້ນ ພະຍາດຕາມລະດູການ ທີ່ມັກເກີດຂຶ້ນເລື້ອຍໆ ໃນໄລຍະລະດູຝົນ ເປັນຕົ້ນ ພະຍາດໄຂ້ເລືອດອອກ, ພະຍາດຖອກທ້ອງ ແລະ ອື່ນໆ.
5. ຖັນແຖວພະນັກງານນໍາພາຄຸ້ມຄອງທຸກຂັ້ນ, ສະມາຊິກພັກ-ພະນັກງານ, ເຈົ້າໜ້າທີ່ແພດໝໍ ຕ້ອງເປັນແບບເປັນຢ່າງນຳໜ້າຮ່ວມແຮງຮ່ວມໃຈປຸກລະດົມທຳລາຍແຫຼ່ງເພາະພັນຂອງຍຸງລາຍ ຢູ່ຕາມເຮືອນຊານບ້ານຊ່ອງ, ສໍານັກງານອົງການ, ວັດວາອາຮາມ ແລະ ສະຖານທີ່ອື່ນໆ ທີ່ເປັນຈຸດກຳເນີດ ແລະ ແຜ່ຂະຫຍາຍຂອງຍຸງ. ເຂົ້າຮ່ວມທຸກພາກສ່ວນສັງຄົມ ໃນວຽກງານຕ້ານການລະບາດຂອງເຊື້ອພະຍາດໄດ້ຍຸງລາຍໃຫ້ເປັນຂະບວນຟົດຟື້ນ, ຕໍ່ເນື່ອງ ແລະ ເຮັດເປັນປົກກະຕິ.
6. ໃຫ້ແຕ່ລະແຂວງ, ແຕ່ລະເມືອງ, ແຕ່ລະບ້ານ ຖືເອົາວຽກງານການສຳຫຼວດ ແລະ ທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍເປັນກິດຈະກຳຫຼັກ ແລະ ເຮັດເປັນປົກກະຕິ ໃນເວລາລົງໄປສຳຫຼວດໜອນນໍ້າ, ຖ້າພົບເຫັນເຮືອນໃດ, ຄອບຄົວໃດ, ສະຖານທີ່ໃດ ມີໜອນນໍ້າ ກໍ່ໃຫ້ເຮັດສຸຂະສຶກສາໄປພອ້ມ ແລະ ມອບໃຫ້ບ້ານເປັນເຈົ້າການໃນການຄຸ້ມຄອງ.
7. ເອົາໃຈໃສ່ປັບປຸງຂອດການປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ໃຫ້ທັນເວລາ ແລະ ປະຕິບັດບັນດາມາດຕະການຕ່າງໆ ຢ່າງລະອຽດ, ກະທັດຮັດ, ເຂົ້າໃຈງ່າຍ ແລະ ມີຄາດໝາຍສູ້ຊົນອັນຈະແຈ້ງ ເພື່ອໃຫ້ທຸກຂະແໜງການ ແລະ ອົງການປົກຄອງທ້ອງຖີ່ນ ນຳໄປຈັດຕັ້ງປະຕິບັດ, ເຜີຍແຜ່ ແລະ ປຸກລະດົມໃຫ້ທົ່ວເຖິງ.
8. ສືບຕໍ່ຂົນຂວາຍການຮ່ວມມື, ສະໜັບສະໜູນຂໍການຊ່ວຍເຫຼືອດ້ານຕ່າງໆ ຈາກບັນດາອົງການຈັດຕັ້ງສາກົນ ແລະ ພາກສ່ວນອື່ນໆ ເພື່ອປະກອບສ່ວນເຂົ້າໃນວຽກງານການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີກໍລະນີເຈັບໄຂ້ ແລະ ເສຍຊີວິດ ເພີ່ມຂຶ້ນໃນທົ່ວປະເທດ.
May be an image of dais and text