ອາຊຽນ ຮ່ວມມືສ້າງຄວາມເຂັ້ມແຂງດ້ານລະບົບສາທາລະນະສຸກ

ອາຊຽນ ຮ່ວມມືສ້າງຄວາມເຂັ້ມແຂງດ້ານລະບົບສາທາລະນະສຸກ
ກອງປະຊຸມລັດຖະມົນຕີສາທາລະນະສຸກ ອາຊຽນ ຄັ້ງທີ 16 ພາຍໃຕ້ຫົວຂໍ້ ການສ້າງວິໃສທັດ ແລະ ບູລິມະສິດສຳລັບອາຊຽນ ຫຼັງປີ 2025 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ຈັດຂຶ້ນວັນທີ 8-9 ສິງຫາ 2024 ຢູ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາລັດຖະມົນຕີກະຊວງສາທາລະນະສຸກອາຊຽນ ຄະນະຜູ້ແທນຈາກປະເທດສະມາຊິກ ປະເທດຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງອາຊຽນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືໃນຫຼາຍຫົວຂໍ້ສຳຄັນ ເປັນຕົ້ນການຊຸກຍູ້ໃຫ້ມີການແລກປ່ຽນ ລະຫວ່າງປະເທດສະມາຊິກອາ ຊຽນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອແກ້ໄຂສິ່ງທ້າທາຍຮ່ວມກັນ ແລະ ສະໜັບສະໜູນປະເທດສະມາຊິກອາຊຽນ ການລິເລີ່ມ ເພີ່ມເຕີມປ່ຽນ ແລະ ຮຽນຮູ້ໃນພາກພື້ນ ເພື່ອປັບປຸງຜົນໄດ້ຮັບດ້ານສຸຂະ ພາບຂະຫຍາຍການມີສ່ວນຮ່ວມ ແລະ ໂອກາດຫຼາຍຂຶ້ນ ໂດຍສະ ເພາະ ການແບ່ງປັນຕະຫຼາດທາງດ້ານ ຄຣີນິກ ການຄົ້ນຄວ້າເພື່ອແບ່ງເບົາພາລະຂອງການດູແລສຸຂະພາບ ແລະ ການແກ້ໄຂຄວາມ ຕ້ອງການຕ່າງໆ ດ້ານສຸຂະພາບໂດຍການໃຊ້ຄວາມຊ່ຽວຊານ ການຮ່ວມມືໃນພາກພື້ນ ແລະ ຕ່າງປະເທດ ສຸມໃສ່ການປັບປຸງເພື່ອເຂົ້າເຖິງການບໍລິການ ດ້ານສຸຂະພາບຜ່ານລະບົບການຄຸ້ມ ຄອງສຸຂະພາບສາກົນ ໂດຍຜ່ານທຶນຮອນທີ່ສະເໝີພາບຍືນຍົງ ແລະ ການບໍລິການດ້ານສຸຂະພາບທີ່ມີຄຸນນະພາບ ໂດຍສະເພາະຜູ້ອາຍຸສູງ ແລະ ເດັກນ້ອຍທີ່ຍັງຕ້ອງການການປິ່ນປົວ ແລະ ສັກຢາປ້ອງກັນພະຍາດ ເສີມຂະຫຍາຍແຫຼ່ງຊັບພະຍາກອນມະນຸດ ແລະ ກໍານົດບັນຫາສໍາຄັນທີ່ຈະແກ້ໄຂໃຫ້ມີປະສິດທິຜົນ ເສີມຂະ ຫຍາຍວຽກງານສາທາລະນະສຸກຂັ້ນຕົ້ນ ແລະ ການເບິ່ງແຍງສຸຂະ ພາບແບບເຊື່ອສານຂອງປະຊາຊົນເປັນໃຈກາງ ລວມທັງການປັບ ປຸງການລົງທຶນດ້ານຄວາມປອດໄພດ້ານສຸຂະພາບ ແລະ ກຽມ ພ້ອມຮັບມືກັບໂລກລະບາດ ເພື່ອສ້າງລະບົບສາທາລະນະສຸກແບບຍືນຍົງ ໂດຍລົງທຶນໃສ່ກົນໄກປ້ອງກັນ ກຽມພ້ອມຮັບມືກັບພະຍາດ ສົ່ງເສີມຄວາມສາມັກຄີລະຫວ່າງບັນດາປະເທດສະມາ ຊິກ ເພື່ອແກ້ໄຂສິ່ງທ້າທາຍທົ່ວໂລກ ແລະ ພາກພື້ນ. ນອກນີ້, ໃນກອງປະຊຸມລະດັບລັດຖະມົນຕີທີ່ບໍ່ເປັນທາງການ ເພື່ອເພີ່ມການຮ່ວມມືລະຫວ່າງອາຊຽນ ແລະ ອານາໄມໂລກກຽ່ວກັບສຸຂະພາບ ແລະ ການເປັນຢູ່ທີ່ດີ ຍັງໄດ້ມີການປະກອບຄຳເຫັນ ຈາກຕາງໜ້າຈາກປະເທດອາຊຽນ ຜູ້ຕາງໜ້າອົງການອະນາ ໄມໂລກພາກພື້ນ ແລະ ຜູ້ຕາງຫ້ອງການໜ້າອົງການອະນາໄມໂລກ ປຶກສາຫາລື ການປະສານງານລະຫວ່າງ ອົງການອະນາໄມໂລກ- ອາຊຽນ ການຕອບສະໜອງຄວາມຕ້ອງການດ້ານສຸຂະພາບຂອງປະເທດສະມາຊິກອາຊຽນ ແລະ ການສະໜັບສະໜູນຂອງອົງ ການອະນາໄມໂລກ ໃນການເສີມຂະຫຍາຍຄວາມສາມາດຂອງບັນ ດາປະເທດສະມາຊິກອາຊຽນ ເພື່ອເສີມຂະຫຍາຍການເປັນຜູ້ນຳວຽກງານສຸຂະພາບຂອງໂລກ. ສຳລັບກອງປະຊຸມຕິດຕາມລະດັບລັດຖະມົນຕີ ສາທາລະນະ ສຸກການເງິນອາຊຽນ ແລະ ກອງປະຊຸມສ້າງຄວາມເຂັ້ມແຂງ ດ້ານຄວາມສາມາດລະສາທາລະນະສຸກ ພາຍຫຼັງການລະບາດໃຫຍ່ ເພື່ອຮັດແໜ້ນຢືດຢຸນ ຂອງພາກພື້ນ ໄດ້ເນັ້ນໃສ່ການປຶກສາ ຫາລືກ່ຽວກັບການລະບາດຂອງພະຍາດ COVID-19 ທີ່ເປັນຜົນກະທົບ ແລະ ໄພຂົ່ມຂູ່ອັນຕະລາຍຕໍ່ສຸຂະພາບ ເປັນສິ່ງທ້າທາຍສຳລັບລະບົບສາທາລະນະສຸກ ເພື່ອເປັນການຮັບມື ແລະ ປ້ອງກັນ ຕອບສະໜອງດູແລຮັກສາຢູ່ໂຮງໝໍໃຫ້ທັນເວລາ ແລະ ມີການຮ່ວມມືດ້ານວິຊາການກ່ຽວກັບນະໂຍບາຍສຸຂະພາບໃນອານາຄົດ.

ພາບ-ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ