ພິທີເປີດໂຄງການສ້າງຄວາມກຽມພ້ອມໃນການຮັບມື ແລະ ໂຕ້ຕອບຕໍ່ພະຍາດຕິດຕໍ່ທາງລະບົບຫາຍໃຈ

ໃນທ່າມກາງການຈັດກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນ ຈຶ່ງໄດ້ຈັດພິທີເປີດໂຄງການສ້າງຄວາມກຽມພ້ອມໃນການຮັບມື ແລະ ໂຕ້ຕອບຕໍ່ພະຍາດຕິດຕໍ່ທາງລະບົບຫາຍໃຈ(Airborne Infection Defense Platform) ໃນອາຊຽນເປັນການລິເລີ່ມ ການຄວບຄຸມພະຍາດຕິດຕໍ່ທາງລະບົບຫາຍໃຈ ແລະ ເພື່ອສ້າງຄວາມກຽມພ້ອມຮັບມືກັບສະພາບການລະບາດຂອງພະຍາດທາງລະບົບຫາຍໃຈທີ່ຈະເກີດຂຶ້ນໃນອະນາຄົດໃນພາກພຶ້ນອາຊຽນ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືທີ່ທັນສະໃໝໃນການບົ່ງມະຕິ ກັ່ນMay be an image of 5 people, dais and text that says 'E USAID _ STHEN DCAN StepT Indonesia Stop TB Partnership ASEANO LAO LAOPD 2024 Side Event of the 16th ASEAN Health Ministers Meeting: Launching of the Airborne Infection Defense Platform (AIDP) 7 August 2024 Vientiane Capital, Lao PDR'ຕອງ,ຊອກຄົ້ນຫາພະຍາດທີ່ຕິດຕໍ່ທາງລະບົບຫາຍໃຈ ເຊັ່ນ:ການນໍາໃຊ້ເຄື່ອງສ່ອງລັງສີຜົ້ງເອີກລະບົບ ດີຈີຕອນ ທີ່ສາມາດເຄື່ອນຍ້າຍໄດ້ສະດວກສະບາຍ( Digital Mobile X-Ray Machine) ແລະ ອ່ານແປຜົນດ້ວຍລະບົບປັນຍາປະດິດ(AI Software) ໃນການບົ່ງມະຕິຫາພະຍາດວັນນະໂລກ ກໍຄືພະຍາດທາງລະບົບຫາຍໃຈອື່ນຯ ແລະ ນໍາໃຊ້ວິທີການບົ່ງມະຕິທາງດ້ານໂມເລກູນ(Traunat)ທີ່ສາມາດພົກພາໄດ້ ເພື່ອໃຫ້ສາມາດເຂົ້າເຖິງກຸ່ມສ່ຽງໄດ້ຢ່າງທົ່ວເຖິງ. ໃຫ້ກຽດເປັນປະທານໃນພິທີດັ່ງກ່າວໃນຄັ້ງນີ້:ມີ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ປອ. ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ດຣ ແທວໂດໂຣ ເຮີໂບຊາ ຈາກ ຄູ່ຮ່ວມງານໃນການຄວບຄຸມພະຍາດວັນນະໂລກ ແລະ ທ່ານ ຈອນ ເອັດກາຈັກ ຈາກອົງການ USAID ປະຈໍາອາຊຽນ. ໃນກອງປະຊຸມທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ກ່າວວ່າ: “ການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຕໍ່ຊີວິດມະນຸດເກືອບທຸກດ້ານ ພວກເຮົາຕ້ອງຮຽນຮູ້ຈາກປະສົບການ ແລະ ກຽມພ້ອມໃຫ້ດີກວ່າເກົ່າ ສໍາລັບສະຖານະການທີ່ຄ້າຍຄືກັນໃນອະນາຄົດ ລະບົບສາທາລະນະສຸກ ໃນພາກພື້ນຂອງພວກເຮົາ ກໍາລັງພັດທະນາ ແລະ ພວກເຮົາຈໍາເປັນຕ້ອງສ້າງລະບົບທີ່ເຂັ້ມແຂງ ແລະ ຍືນຍົງກວ່າເກົ່າ ໂຄງການພະຍາດວັນນະໂລກ ມີການຄຸ້ມຄອງຫຼາຍຫຼັກການ ທີ່ສາມາດນໍາໃຊ້ສໍາຫຼັບພະຍາດຕ່າງໆທີ່ມາທາງອາກາດ ເຊັ່ນ: ເຄື່ອງມືກວດແບບວ່ອງໄວ ການຕິດຕາມການສໍາພັດ ລະບົບດິຈິຕອນ ຊຸມຊົນ ແລະ ລະບົບເຕືອນໄພລ່ວງໜ້າ ພວກເຮົາຕ້ອງລົງທຶນໃນຮູບແບບເຕັກໂນໂລຊີ ແລະ ສ້າງພື້ນຖານໂຄງລ່າງ ທີ່ສາມາດນຳໃຊ້ໄດ້ສຳລັບພະຍາດລະບາດທາງອາກາດໃນອະນາຄົດ.” ທ່ານ ດຣ. ວຽງສະຫວັນ ກິດຕິພົງ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: “ພະຍາດວັນນະໂລກ ເປັນພະຍາດອັນດັບຕົ້ນໆ ໃນຂົງເຂດສາທາລະນະສຸກຂອງປະເທດລາວ ແລະ ພວກເຮົາໄດ້ນຳໃຊ້ເຕັກໂນໂລຊີໃໝ່ໆ ເຊັ່ນ: ການກວດຫາພະຍາດແບບ GeneExpert ເພື່ອກວດຫາພະຍາດວັນນະໂລກ ການເອັກຊເລ໌ ແບບດິຈິຕອນ ແລະ ເຄື່ອງມືບົ່ງມະຕິເບື້ອງຕົ້ນ ພ້ອມດຽວກັນຍັງມີການແບ່ງປັນຂໍ້ມູນກັບປະເທດສະມາຊິກອາຊຽນອື່ນໆ ເພື່ອສ້າງຄວາມອາດສາມາດ ໃນຫ້ອງທົດລອງ ການສະໜັບສະໜຸນ ການກວດ ແລະ ບົ່ງມະຕິພະຍາດເບື້ອງຕົ້ນ ແລະ ສ້າງຄວາມເຂັ້ມແຂງ ໃນການເບິ່ງແຍງສຸຂະພາບຂັ້ນພື້ນຖານ ໃນການສົ່ງເສີມການຮ່ວມມືຕໍ່ສູ້ກັບພະຍາດຊຶມເຊື້ອໃນທາງເດີນຫາຍໃຈທີ່ເກີດຂຶ້ນທາງອາກາດ AIDP ຈະເຮັດວຽກຮ່ວມກັບປະເທດອາຊຽນ ແລະ ອົງກອນທີ່ສຳຄັນລະດັບໂລກເພື່ອຕົກລົງກັນກ່ຽວກັບ ນະໂຍບາຍ ແລະ ວິທີການຕ່າງໆ ຕະຫຼອດຮອດການແລກປ່ຽນບົດຮຽນ ການນຳໃຊ້ພື້ນຖານໂຄງລ່າງ ຮູບແບບເຕັກໂນໂລຊີ ແລະ ກຳລັງແຮງງານ ໃນການສ້າງຂີດຄວາມສາມາດໃຫ້ເພີ່ມຂຶ້ນ ເພື່ອຄົນເຈັບພະຍາດວັນນະໂລກ ແລະ ຍົກລະດັບການກຽມຄວາມພ້ອມຮັບມືກັບພະຍາດລະບາດ.
May be an image of dais and textMay be an image of 6 people, dais and text