ການແລກປ່ຽນປະສົບການຮ່ວມກັບບັນດາປະເທດອາຊຽນໃນການຄວບຄຸມພະຍາດເອດ.

ກອງປະຊຸມປຶກສາຫາລືກ່ຽວກັບ ການປັບປຸງຍຸດທະສາດໃນການນຳໃຊ້ນະວັດຕະກຳໃໝ່ເຂົ້າເຖິງກຸ່ມປະຊາກອນສ່ຽງ ແລະ ການແລກປ່ຽນປະສົບການຮ່ວມກັບບັນດາປະເທດອາຊຽນໃນການຄວບຄຸມພະຍາດເອດ. ຈຸດປະສົງຂອງກອງປະຊຸມ: 1. ການນຳສະເໜີຂໍ້ມູນກ່ຽວກັບການຕອບໂຕ້ HIV/AIDS ໃນທົ່ວໂລກ ແລະ ພາກພື້ນ. 2. ທົບທວນຄືນຄວາມຄຶບໜ້າຂອງແຜນງານຂອງຂະແໜງ ສາທາລະນະສຸກ ອາຊຽນ ສະບັບປັບປຸງກ່ຽວກັບພະຍາດ HIV/AIDS ສຳລັບປີ 2021-2025 . 3. ການແລກປ່ຽນໃນການຈັດຕັ້ງປະຕິບັດ ແລະ ປະສົບການທີ່ດີກ່ຽວກັບຍຸດທະສາດ ນະວັດຕະກຳເພື່ອຂະຫຍາຍການບໍລິການໃຫ້ແກ່ປະຊາກອນສ່ຽງໃນບັນດາປະເທດອາຊຽນ. 4. ປຶກສາຫາລືກ່ຽວກັບການຂະຫຍາຍ ແລະ ການຫັນປ່ຽນການບໍລິການທີ່ຫຼາກຫຼາຍໃນກຸ່ມປະຊາກອນເປົ້າໝາຍ. ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ Yasuhiro YAMADA, ຜູ້ຊ່ວຍວຽກດ້ານນະໂຍບາຍອາວຸໂສກ່ຽວກັບວຽກງານແມ່ນໍ້າຂອງ ຈາກສະຖາບັນ ຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ(ERIA) ມີຜູ້ຕາງໜ້າເຂົ້າຮ່ວມຈາກບັນດາປະເທດ ສະມາຊິກອາຊຽນ, UNICEF, WHO ແລະ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.
ໃນວັນທີ 5 ສິງຫາ 2024 ທີ່ ໂຮງແຮມຄຼາວພາຊ່າ
May be an image of 11 people and text
May be an image of 5 people and text