ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ Yaron Mayer ເອກອັກຄະລັດຖະທູດ ແຫ່ງອິດສະຣາແອນ ປະຈຳ ສປປ ລາວ

ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະຫ້ອງ ການກະຊວງສາທາລະນະສຸກ, ບັນດາກົມກອງ, ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ສູນສະຖິຕິ ແລະ ຂ່າວສານສາທາ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ Yaron Mayer ເອກອັກຄະລັດຖະທູດ ແຫ່ງອິດສະຣາແອນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະຫ້ອງການທູດ ເພື່ອພົບປະ ແລະ ປຶກສາຫາລືວຽກງານໂຄງການ Eye Health Care ທີ່ຈະຮ່ວມມືກັນໃນອະນາຄົດ ໃນການຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າກ່ຽວກັບພະຍາດຕາ.
ໃນວັນທີ 31 ກໍລະກົດ 2024 ທີ່ ກະຊວງສາທາລະນະສຸກ