ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຄະນະພະຍາບານສາດ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຄະນະພະຍາບານສາດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ໄດ້ເປີດຂື້ນຢ່າງເປັນທາງການ ມີຜູ້ແທນເຂົ້າຮ່ວມທັງໝົດ 49 ສະຫາຍ, ສະມາຊິກພັກສົມບູນ 25 ສະຫາຍ, ສໍາຮອງ 1 ສະຫາຍ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ດຣ. ບຸນແຝງ ພູມມະ ໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ຮສ.ດຣ. ບຸນຖົມ ຊາມຸນ ຕຣີ, ກຳມະການປະຈຳພັກກະຊວງ, ເລຂາຄະນະພັກຮາກຖານ ມວສ. ອະທິ ການບໍ ດີ ມວສ, ຫົວໜ້າທີມງານທີ 5, ສະຫາຍ ດຣ. ສຸກສະຫວັນ ພັນປະເສີດ ຄະນະພັກຮາກຖານເລຂາໜ່ວຍພັກ ຄະນະບໍດີ, ຄະນະພະຍາບານສາດ ມວສ, ມີບັນດາຄະນະໜ່ວຍພັກຮາກຖານ, ຕາງໜ້າກົມຈັດຕັງພະນັກງານ, ກົມກວດກາ, ເລຂາໜ່ວຍພັກຄະນະວິຊາການຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້າງກໍໄດ້ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ: – ເພື່ອສະຫຼຸບຕິລາຄາວຽກງານຂອງໜ່ວຍພັກຄະນະພະຍາບານສາດໃນໄລຍະ 5 ປີ ຜ່ານມາ(2019-2024) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ 2025-2029 . – ເຫັນດີໃຫ້ມີການເລຶອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ຂອງຄະນະພະຍາບານສາດ ມີຜູ້ສະໝັກຄັດເລຶອກ ທັງໝົດ 5 ສະຫາຍ ຄັດເລຶອກເອົາ 03 ສະຫາຍ,
ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຄະນະພັກໄດ້ ຕົກລົງເຫັນດີເປັນເອກະພາບກັນຮັບຮອງຜົນຂອງການເລຶອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ມີດັ່ງນີ້ :
ສະຫາຍ ສຸກສະຫວັນ ພັນປະເສີດ ເປັນເລຂາໜ່ວຍພັກຮາກຖານ ຮັບພິຊອບຊີ້ນຳລວມ,
ສະຫາຍ ປອ. ນ. ອາ ນຸສອນ ສີສຸລາດ ເປັນຮອງເລຂາໜ່ວຍພັກ,
ສະຫາຍ ບຸນຕອງ ຫຼວງວົງສາ ເປັນກໍາມະການ, ຮັບພິຊອບວຽກ ງານ 3 ອົງການຈັດຕັ້ງມະຫາຊົນ.
ຈາກນັ້ນ, ທ່ານປະທານໃຫ້ທິດຊີ້ນໍາແກ່ຄະນະໜ່ວຍພັກຊຸດໃໝ່ ໃນການປັບປຸງແກ້ໄຂຂໍ້ຄົງຄ້າງບາງວຽກງານ, ພ້ອມກັນຜັນຂະຫຍາຍທິດທາງແຜນການປີ 2025 – 2029 ຂອງໜ່ວຍພັກ ໃຫ້ວຽກງານການເມືອງ ມີການ ພັດທະນາຢ່າງຕັ້ງໜ້າ ແລະ ມີຜົນສຳເລັດ.
ວັນທີ 30 ກໍລະກົດ 2024, ທີ່ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ(ເຂດເພຍວັດ)