ຮາກຖານໂຮງໝໍແມ່ ແລະເດັກ້ກີດໃໝ່ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II

ໃນວັນຈັນຂອງ ວັນທີ 29 / ກໍລະກົດ / 2024, ທີ່ໂຮງໝໍແມ່ ແລະເດັກເກີດໃໝ່, ພັກຮາກຖານໂຮງໝໍແມ່ ແລະເດັກ້ກີດໃໝ່ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂື້ນຢ່າງເປັນທາງການ, ກອງປະຊຸມຄັ້ງນີ້້ໄດ້ມີຜູ້ແທນເຂົ້າຮ່ວມທັງໝົດ 88 ສະຫາຍ, ຍິງ 59 ສະຫາຍ, ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມໂດຍສະຫາຍ ປອ ດຣ.ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງສາທາລະນະສຸກ,ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຮາກຖານພັກທີ່່ຂື້ນກັບກະຊວງສາທາລະນາສຸກ ແລະ ອົງການຈັດຕັ້ງມະຫາຊົນກໍ່ໄດເຂົ້າຮ່ວມ ກອງປະຊຸມຄັ້ງນີ້ໄດ້ດຳເນີນ ແລະ ຕົກລົງຮັບຮອງເອົາເນື້ອໃນສຳຄັນດັ່ງນີ້:
ກອງປະຊຸ່ມໃຫຍ່ຄັ້ງນີ້ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານໂຮງໝໍແມ່ ແລະເດັກເກີດໃໝ່ນັບແຕ່ປີ 2020-2024, ພ້ອມທັງໄດ້ກຳນົດທິດທາງແຜນການແຕ່ປີ 2024-2029 ຜູ້ແທນກອງປະຊຸມໄດ້ພ້ອງກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃຫມ່ສະໄໝທີ່ II , ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງ ຈຳນວນ 07 ສະຫາຍ ແລະ ເລືອກໄດ້ 05 ດັ່ງມີລາຍຊື່ລຸ່ມ:
1. ສະຫາຍ ສີວັນໄຊ ຈັນທະວົງສັກ ເປັນເລຂາ
2. ສະຫາຍ ສຸວັນນະເຮືອງສົມບູນ ເປັນຮອງເລຂາ
3. ສະຫາຍ ນ ທີບລານີ ຈູມມະນີວົງ ເປັນກໍາມະກການ
4. ສະຫາຍ ບຸນຊູ ອິນຖະປັດຖາ ເປັນກໍາມະກການ
5. ໃຈມົວ ຊົວໂກ້ ເປັນກໍາມະກການ
ຕອນທ້າຍຍັງໄດ້ຮັບຟັງການໂອລົມຂອງ ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ,ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ເຊິ່ງສະຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການຊີ້ນຳ ນຳພາຂອງຄະນະໜ່ວຍພັກຊຸດເກົ່າທີ່ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍ ຍັງໄດ້ສະຫາຍແດງຄວາມເປັນຫ່ວງເປັນໄຍ ແລະ ໃຫ້ທິດຊີ້ນຳ ໃນການປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນຕໍ່ໜ້າ ເພື່ອນຳພາການຈັດຕັ້ັງຜັນຂະຫຍາຍທິດທາງແຜນການຂອງພັກຮາກຖານໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ່ II ເພື່ອເຮັດໃຫ້ວຽກງານ 5 ດີ 1ພໍໃຈ ແລະ2 ວາລະແຫ່ງຊາດເພື່ອກຽມພ້ອມຈັດຕັ້ງປະຕິບັດຫັນໂຮງໝໍກຸ່ມຕົນເອງໃນຕໍ່ໜ້າ ແລະອື່ນໆໃຫ້ມີການພັດທະນາຢ່າງຕັ້ງໜ້າ ແລະ ມີຜົນສຳເລັດ.