ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ພ້ອມຄະນະພັກ ຄະນະນໍາກະຊວງສາທາເຂົ້າພິທີວາງພວງມາລາ

ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ພ້ອມຄະນະພັກ ຄະນະນໍາກະຊວງສາທາເຂົ້າພິທີວາງພວງມາລາ, ຈູດທູບສະແດງຄວາມເຄົາລົບ ໄວ້ອາໄລຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາຂອງ ສະຫາຍ ຫງວຽນຝູຈ້ອງ.ໃນໂອກາດອັນໂສກເສົ້າເສຍດາຍນີ້ ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ຍັງໄດ້ຕາງໜ້າໃຫ້ແກ່ຄະນະພັກ ຄະນະນໍາ ແລະ ພະນັກງານກະຊວງສາທາລະນະສຸກ ຂຽນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າເສຍດາຍ ອາໄລອາວອນ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ.