ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 1955-20 ກໍລະກົດ 2024 ຄົບຮອບ 69 ປີ ຂຶ້ນ, ເພື່ອເປັນການເຜີຍແຜ່ ເຊື່ອມຊຶມປະຫວັດການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃຫ້ສະມາຊິກສະຫະພັນແມ່ຍິງ ແຕ່ລະພາກສ່ວນ ໄດ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ; ເປັນການປຸກລະດົມ ປູກຈິດສຳນຶກໃນການອານຸລັກຮັກສາ ແລະ ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ; ແລະ ເພື່ອເພີ້ມທະວີຄວາມຮັບຜິດຊອບຂອງຄະນະ ແລະ ສະມາຊິກສະຫະພັນແມ່ຍິງ ໃນການຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 03 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ມີເນື້ອໃນ ຄວາມໝາຍ ແລະ ເປັນຂະບວນການຟົດຟື້ນ. ພິທີດັ່ງກ່າວ ໄດ້ເປັນກຽດເຂົ້າຮ່ວມ ຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຮສ. ດຣ. ສົມຈິດ ບຸບຜາ ພະນັກງານບຳນານອາວຸໂສ, ອາດີດປະທານ ສະຫະພັນແມ່ຍິງກະຊວງສາທາລະນະສຸກ, ທ່ານ ດຣ ນ. ຜາສຸກ ວົງວິຈິດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງສາທາລະນະສຸກ, ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ພ້ອມດ້ວຍ ບັນດາທ່ານ ພັນລະຍາການນຳ, ອາດີດຄະນະສະຫະພັນແມ່ຍິງກະຊວງ, ພະນັກງານບຳນານອາວຸໂສ, ວິລະຊົນແຫ່ງຊາດ, ບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ມະຫາວິທະຍາໄລ, ໂຮງໝໍ, ສູນ, ໂຮງຮຽນ, ລັດວິສາຫະກິດໂຮງງານຜະລິດຢາ, ອົງການຈັດຕັ້ງກຳມະບານ, ຊາວໜຸ່ມ ແລະ ຄະນະໜ່ວຍແມ່ຍິງຮາກຖານ 34 ພາກສ່ວນ ພ້ອມດ້ວຍສະມາຊິກແມ່ຍິງ ກະຊວງສາທາລະນະສຸກ ເຂົ້າຮ່ວມ.
ວັນທີ 19 ກໍລະກົດ 2024 ທີ່ ມະຫາວິທະຍາໄລ ວິທະຍາສຸຂະພາບ