ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຮາກຖານສູນການແພດຟຶ້ນຟູໜ້າທີ່ການ ກະຊວງສາທາລະນະສຸກ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຮາກຖານສູນການແພດຟຶ້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໄດ້ເປີດຂື້ນຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ປອ.ດຣ. ບຸນແຝງ ພູມມະໄລສິດ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ດຣ. ສະໜອງ ທອງຊະນະ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາ, ສະຫາຍ ດຣ. ທອງເພັດ ສິດທິວັນ ເລຂາໜ່ວຍພັກຮາກຖານ ສູນການແພດຟຶ້ນໜ້າທີ່ການ, ຈາກ ນັ້ນໄດ້ມີການປ່ອນບັດເລຶອກຕັ້ງເອົາເລຂາໜ່ວຍພັກຮາກຖານ ຊຸດໃໝ່ມີຜູ້ແທນສົມບູນ ທັງໝົດ 54 ສະຫາຍ ຜົນຄັດເລືອກໃດ້:
1. ສະຫາຍ ນ. ສີອາທອນ ພູມມະວົງ ເປັນ ເລ ຂາໜ່ວຍພັກ ຮັບພິ ຊອບຊີ້ນຳ-ນຳພາ ລວມ, ລົງເລີກວຽກ ງານການເມືອງແນວຄິດ;
2. ສະຫາຍ ເກດແກ້ວ ສໍພາບມີໄຊ ເປັນຮອງ ເລຂາໜ່ວຍພັກ ເປັນປະທາດ ກວດກາ – ຮັບພິຊອບຊີ້ນໍາປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ;
3. ສະຫາຍ ສີບຸນເຮືອງ ແສນຖະທິດ ເປັນຄະນະໜ່ວຍພັກ ຊີ້ນໍາວຽກງານຂະບວນການຈັດຕັ້ງມະຫາຊົນ;
4. ສະຫາຍ ທອງສີ ເທບທໍາວົງ ເປັນຄະນະໜ່ວຍພັກ ຮັບພິຊອບວຽກງານວຽກງານຊັບສິນ, ຂະບວນການ;
5. ສະຫາຍ ດຣ. ມອນແກ້ວ ມາກໂນຊາ ເປັນ ຄະນະໜ່ວຍພັກ ຮັບພິຊອບວຽກ ງານວິຊາສະເພາະ ລົງເລີກ ວຽກງານການແພດຟຶ້ນຟູໜ້າທີ່ການ ແລະ ຄົ້ນຄ້ວາວິທະຍາສາດ-ສິດສອນນັກຮຽນ,
ຫຼັງຈາກນັ້ນ ສະຫາຍປະທານກອງປະຊຸມໄດ້ມີຄຳເຫັນຊີ້ນໍາແກ່ຄະນະໜ່ວຍພັກ ຊຸດໃໝ່ໃນການແກ້ໄຂຂໍ້ຄົງຄ້າງບາງວຽກງານ ພ້ອມກັນຜັນຂະຫຍາຍທິດທາງແຜນການປີ 2025-2030 ຂອງໜ່ວຍພັກໃຫ້ວຽກງານການເມືອງມີການພັດທະນາຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດ.
ວັນທີ 19 ກໍລະກົດ 2024, ທີ່ ຫ້ອງປະຊຸມໃຫຍ່ສູນການແພດຟຶ້ນຟູໜ້າທີ່ການ