ການມາຢ້ຽມຢາມຂອງຄະນະຜູ້ແທນຈາກ ປະເທດ ສະຫະລັດ ອາເມລິກາ

ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍຮອງຫົວໜ້າຫ້ອງການ, ພະແນກພົວພັນຕ່າງປະເທດ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ຮອງຫົວໜ້າກົມແຜນການແລະການເງີນ , ຫົວໜ້າແລະຮອງຫົວໜ້າສູນ ໄດ້ເຂົ້າຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນຈາກ ປະເທດ ສະຫະລັດ ອາເມລິກາ ນຳໂດຍ Mrs. Senator Tammy Duckworth, Ambassador Heather Variava , Grace Cason, Legislative Assistant ພ້ອມດ້ວຍຄະນະ ເພື່ຶອປຶກສາຫາລື ແນວທາງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອາເມລິກາ ໃນການສົ່ງເສີມເປົ້າໝາຍການພັດທະນາຽກງານສາທາລະນະສຸກ ໃນ ສປປ ລາວ ແລະ ການເປັນເຈົ້າ ພາບອາຊຽນ ຂອງ ສປປ ລາວ ສ້າງສາຍພົວພັນ ແລະ ການຮ່ວມມື ຂອງ ສປປ ລາວ ກັບປະເທດເພື່ອນບ້ານ ແລະ ພາກພື້ນໃນການຮ່ວມພັດທະນາ.
ວັນທີ 15 ກໍລະກົດ 2024 , ທີ່ ກະຊວງສາທາລະນະສຸກ.