ພິທີມອບ-ຮັບ ຫ້ອງວິເຄາະໂຮງໝໍແຂວງ ອຸດົມໄຊ ຊຶ່ງໄດ້ຮັບທຶນສະໜັບສະໜູນງົບປະມານຈາກໂຄງການໂຄຟີ KOFIH

ພິທີມອບ-ຮັບ ຫ້ອງວິເຄາະໂຮງໝໍແຂວງ ອຸດົມໄຊ ຊຶ່ງໄດ້ຮັບທຶນສະໜັບສະໜູນງົບປະມານຈາກໂຄງການໂຄຟີ KOFIH ປະຈຳ ສປປ ລາວ ພາຍໃຕ້ການຮ່ວມມືຂອງໂຄງການ ເຄຊີດີເດ KCDA ໃນການກໍ່ສ້າງ ແລະ ຕໍ່ເຕີມຫ້ອງວິເຄາະ ລວມມູນຄ່າ 64,879,89 ໂດລາສະຫະລັດ, ເພື່ອຍົກສູງຄຸນນະພາບການບົ່ງມະຕິຂັ້ນພື້ນຖາມ ແລະ ຕ້ອນຮັບຄົນເຈັບທີ່ເຂົ້າມາບໍລິການໂຮງໝໍ, ເປັນກຽດເຂົ້າໃນພິທີແມ່ນ ທ່ານ ດຣ.ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແຂວງ ອຸດົມໄຊ, ທາ່ນ ນາງ ຮອງຄອງ ຄິມ ຫົວໜ້າອົງການໂກຟີ ປະຈຳລາວ,ບັນດາຫົວໜ້າກົມ ຮອງກົມ,ຕາງໜ້າຫ້ອງການກະຊວງ,ຫົວໜ້າພະແນກ,ຕາງໜ້າສູນ,ບໍລິສັດ MLT ຮັບເໜົາກໍ່ ແລະ ບັນດາພະນັກງານແພດໝໍກໍ່ໄດ້ເຂົ້າຮ່ວມ.ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງຫ້ອງການມູນນິທິຊ່ວຍເຫລືອສາກົນທາງການແພດ (ອົງການ ໂກຟີ (KOFIH) ປະຈໍາ ສປປ ລາວ ທີ່່ໄດ້ໃຫ້ການຊ່ວຍເຫຼືອໃນການກໍ່ສ້າງໂຮງໝໍ ພ້ອມທັງສະໜັບສະໜູນ ສ້າງຄວາມເຂັ້ມແຂງ ທາງດ້ານວິຊາການຂອງພະນັກງານແພດໝໍ ດ້ວຍດີຕະຫຼອດມາ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອ ໃນດ້ານອື່ນໆ ຕື່ມອີກ ໃນອະນາຄົດ.

May be an image of 12 people, dais and text

May be an image of 8 people, lighting and sliding doorMay be an image of 5 people and suitNo photo description available.