ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກເຕັກນິກການແພດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ

May be an image of one or more people, people studying, chess and textກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກເຕັກນິກການແພດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ໄດ້ເປີດຂື້ນ ຢ່າງເປັນທາງການ ມີຜູ້ແທນເຂົ້າຮ່ວມທັງໝົດ 50 ສະຫາຍ, ສະມາຊິກພັກສົມບູນ 24 ສະຫາຍ, ສຳຮອງ 2 ສະຫາຍ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ສະຫາຍ ຮສ.ດຣ. ບຸນຖົມ ຊາມົນຕຣີ, ກຳມະການປະຈຳພັກກະຊວງ, ເລຂາຄະນະພັກຮາກຖານ ມວສ. ອະທິການບໍດີ ມວສ. ຫົວໜ້າທີມງານທີ 5 ແລະ ທ່ານ ດຣ. ສົມໃຈ ລາດຊະວົງ ຄະນະພັກຮາກຖານ ເຕັກນິກການແພດ, ຮອງອະທິການບໍດີ ມວສ ແລະ ມີບັນດາຕາງໜ້າກົມຈັດຕັງພະນັກງານ, ກົວກວດກາ, ຄະນະແພດສາດ, ຄະນະສາທາລະນະສຸກສາດ ແລະ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ : – ເພື່ອສະຫຼຸບຕິລາຄາວຽກງານຂອງໜ່ວຍພັກຫ້ອງການບໍລິຫານໃນໄລຍະ 5 ປີ ຜ່ານມາ(2019-2024) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ (2025-2030) – ເພື່ອເລືອກຕັ້ງເອົາ ຄະນະໜ່ວຍພັກຫ້ອງການບໍລິຫານຊຸດໃໝ່ ຜົນຂອງການເລຶອກຕັ້ງໄດ້ຕົກລົງເປັນເອກະພາບເລຶອກໄດ້ 3 ສະຫາຍ ຄື : ສະຫາຍ ຮສ. ປອ ນາລີ ຄຳອິນຊູ ເປັນເລຂາໜ່ວຍພັກຮາກຖານ ຮັບພິດຊອບຊີ້ນຳລວມ, ສະຫາຍ ນາງ. ສຸພາພອນ ວົງສັກ ເປັນຮອງເລຂາພັກ, ສະຫາຍ ນາງ ສິວິໃສ ສີຫາບຸດ ເປັນຄະນະກຳມະການ. ຈາກນັ້ນ ທ່ານປະທານໃດ້ໃຫ້ທິດຊີ້ນຳແກ່ຄະນະໜ່ວຍພັກຊຸດໃໝ່ ໃນການປັຍປຸງແກ້ໃຂຂໍ້ຄົງຄ້າງບາງວຽກງານ, ພ້ອມກັນຜັນຂະຫຍາຍທິດທາງແຜນການປີ 2025 – 2030 ຂອງໜ່ວຍພັກ ໃຫ້ວຽກງານການເມືອງມີການພັດທະນາຢ່າງຕັ້ງໜ້າ ແລະ ມີຜົນສຳເລັດ.