ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຫ້ອງການບໍລິຫານມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຫ້ອງການບໍລິຫານມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ໄດ້ມີຜູ້ແທນເຂົ້າຮ່ວມທັງໝົດ 56 ສະຫາຍ, ສະມາຊິກພັກສົມບູນ 22 ສະຫາຍ, ສຳຮອງ 4 ສະຫາຍ, ສະມາຊິກພັກບຳນານ 5 ສະຫາຍ, ແຂກຖືກເຊີນ 23 ສະຫາຍ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ, ປະທານຮ່ວມໂດຍ ສະຫາຍ ຮສ.ດຣ. ບຸນຖົມ ຊາມົນຕຣີ, ກຳມະການປະຈຳພັກກະຊວງ, ເລຂາຄະນະພັກຮາກຖານ ມວສ. ອະທິການບໍດີ ມວສ. ຫົວໜ້າທີມງານທີ 5 ແລະ ທ່ານ ສຈ.ດຣ. ມາຍຟອງ ມາຍຊາຍ ກຳມະການພັກກະຊວງ, ຄະນະພັກຮາກຖານ ມວສ ເລຂາໜ່ວຍພັກຫ້ອງການບໍລິຫານ, ຮອງອະທິການບໍດີ ມວສ ມີບັນດາແຂກເລຂາໜ່ວຍພັກທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງມະຫາຊົນ ມວສ ກໍໄດ້ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ : – ເພື່ອສະຫຼຸບຕິລາຄາວຽກງານຂອງໜ່ວຍພັກຫ້ອງການບໍລິຫານໃນໄລຍະ 5 ປີ ຜ່ານມາ(2019-2024) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ (2025-2030) – ເພື່ອເລືອກຕັ້ງເອົາ ຄະນະໜ່ວຍພັກຊຸດໃໝ່ ຜົນຂອງການເລຶອກຕັ້ງໄດ້ຕົກລົງເປັນເອກະພາບເລຶອກໄດ້ 3 ສະຫາຍ ຄື : ສະຫາຍ ນາງ. ໂມລິນາ ຈູມຈະນີວົງ ເລຂາໜ່ວຍພັກຮາກຖານ ຮັບພິຊອບຊີ້ນຳລວມ, ສະຫາຍ ດຣ. ນາງ ຜາສຸກ ວົງວິຈິດ ຮອງເລຂາພັກ, ສະຫາຍ ດຣ ຈອນນີ້ ສີສູນທອນ ເປັນຄະນະ. ຈາກນັ້ນ, ທ່ານປະທານຍັງໃຫ້ທິດຊີ້ນຳແກ່ຄະນະໜ່ວຍພັກຊຸດໃໝ່ ໃນການປັບປຸງແກ້ໃຂຂໍ້ຄົງຄ້າງບາງວຽກງານ, ພ້ອມກັນຜັນຂະຫຍາຍທິດທາງແຜນການປີ 2025 – 2030 ຂອງໜ່ວຍພັກ ໃຫ້ວຍກງານການເມືອງມີການພັດທະນາຢ່າງຕັ້ງໜ້າ ແລະ ມີຜົນສຳເລັດ.

May be an image of 10 people, people studying and textMay be an image of 10 people, people studying and text