ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ

ວັນທີ 09 ກໍລະກົດ 2024, ນະຄອນຫຼວງວຽງຈັນ, ສປປ ລາວ: ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໃນໂອກາດທີ່ທ່ານມາດຳລົງຕຳແໜ່ງເປັນຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ. ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ພວກເຮົາຂໍສະແດງຄວາມຍິນດີຕ້ອນຮັບ ທ່ານ ດຣ ທິມໂມຕີ ອາມສະຕຣອງ ແລະ ຫວັງຢ່າງຍິ່ງວ່າຈະໄດ້ສືບຕໍ່ຮ່ວມມືກັນໃນວຽກງານສາທາລະນະສຸກໃຫ້ເກີດໝາກອອກຜົນ.” “ໃນຂະນະທີ່ເຮົາພວມເດີນໜ້າແກ້ໄຂບັນຫາທ້າທາຍຕ່າງໆທີ່ຍັງຄົງຄ້າງ ແລະ ກະກຽມຄວາມພ້ອມໃນການຮັບມືກັບບັນຫາທີ່ອາດເກີດຂຶ້ນໃນອະນາຄົດ ບໍ່ວ່າຈະເປັນພະຍາດບໍ່ຕິດຕໍ່ ຫຼື ບັນຫາສຸຂະພາບທີ່ກ່ຽວພັນກັບການປ່ຽນແປງດິນຟ້າອາກາດ, ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຮັດວຽກຄຽງບ່າຄຽງໄຫຼ່ກັບອົງການອະນາໄມໂລກ.” ທ່ານ ດຣ ທິມໂມຕີ ອາມສະຕຣອງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ອົງການອະນາໄມໂລກ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ແລະ ຮ່ວມມືກັນສ້າງຜົນງານໃນການຍົກສູງ ແລະ ປົກປ້ອງສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ. “ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຮັບມອບໝາຍເປັນຜູ້ຕາງໜ້າໃຫ້ອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ໄດ້ຊ່ວຍສືບຕໍ່ຊຸກຍູ້ວຽກງານສາທາລະນະສຸກ ເພື່ອໃຫ້ປະຊາຊົນລາວທົ່ວປະເທດ ມີສຸຂະພາບດີ. ອົງການອະນາໄມໂລກ ໃຫ້ຄຳໝັ້ນສັນຍາວ່າ ຈະສະໜັບສະໜູນກະຊວງສາທາລະນະສຸກ ແລະ ປະຊາຊົນລາວ ໃນການແກ້ໄຂບັນດາຂໍ້ຄົງຄ້າງທາງສາທາລະນະສຸກ ທັງບັນຫາທີ່ເຮົາພວກປະເຊີນຢູ່ ແລະ ບັນຫາທີ່ອາດເກີດຂຶ້ນໃນອະນາຄົດ.” ໃນ ສປປ ລາວ, ອົງການອະນາໄມໂລກ ໄດ້ມີການເຮັດວຽກຢ່າງຮອບດ້ານຮ່ວມກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງອື່ນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາສິ່ງທ້າທາຍທີ່ຕິດພັນກັບສຸຂະພາບ. ຍ້ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ບັນຫາທ້າທາຍທາງເສດຖະກິດ ແລະ ຜົນກະທົບໄລຍະຍາວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ ສປປ ລາວ ມີຄວາມອ່ອນໄຫວເປັນພິເສດ. ສະນັ້ນ, ອົງການອະນາໄມໂລກ ຈຶ່ງໄດ້ສຸມໃສ່ການສົ່ງເສີມລະບົບສາທາລະນະສຸກທີ່ມີຄວາມຍືນຍົງ ແລະ ໝັ້ນຄົງ, ການປົກປ້ອງຊຸມຊົນຈາກພະຍາດຕ່າງໆ ແລະ ເຫດສຸກເສີນທາງສາທາລະນະສຸກ ແລະ ການປົກປ້ອງສຸຂະພາບຂອງປະຊາຊົນຈາກການປ່ຽນແປງດິນຟ້າອາກາດ ແລະ ໄພຂົ່ມຂູ່ຈາກສິ່ງແວດລ້ອມ.
May be an image of 7 people