ພິທີເປີດນໍາໃຊ້ອຄານຕຶກນອນພິເສດ ໂຮງໝໍ ແມ່ ແລະ ເດັກເກີດໃໝ່

ພິທີເປີດນໍາໃຊ້ອຄານຕຶກນອນພິເສດ ໂຮງໝໍ ແມ່ ແລະ ເດັກເກີດໃໝ່ ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດ 2024 ທີ່ໂຮງໝໍດັ່ງກ່າວ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ ດຣ.ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ນາລີ ສີສຸລິດ ແລະ ບັນດາພັນລະຍາການນໍາ, ທ່ານ ສີວັນໄຊ ຈັນທະວົງສັກ ຫົວໜ້າອໍານວຍການໂຮງໝໍແມ່ ແລະ ເດັກເກີດ ໃໝ່ ພ້ອມດ້ວຍບັນດາທ່ານການນໍາພັກ-ລັດ, ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ສຸນັດຕາ ລົດປັນຍາ ຫົວໜ້າບໍລິສັດ ລິດປັນຍາ ສໍາຫຼວດອອກແບບ-ກໍ່ສ້າງ ຈຳກັດຜູ້ດຽວ ໄດ້ກ່າວລາຍງານແບບສັງລວມໂດຍຫຍໍ້ວ່່າ: ໂຄງການກໍ່ສ້າງຕຶກນອນພິເສດນີ້ ເປັນການຜັນຂະຫຍາຍຕາມນະໂຍບາຍ ກໍຄືແຜນພັດທະນາ ວຽກງານສາທາລະນະສຸກ ທີ່ກະຊວງສາທາລະນະສຸກ ໄດ້ວາງອອກ, ສອດຄ່ອງຕາມທິດຊີ້ນໍາ ຂອງ ລັດຖະບານ ກໍຄືສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສັງຄົມ ຊຶ່ງກະຊວງສາທາລະນະສຸກ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 1110/ສທ, ລົງວັນທີ 19 ມີນາ 2021 ວ່າດ້ວຍການເຫັນດີ ໃຫ້ໂຮງໝໍ ແມ່ ແລະ ເດັກເກີດໃໝ່ ເຊັນສັນຍາຮ່ວມທຸລະກິດ ກັບ ບໍລິສັດ ລິດປັນຍາສໍາຫຼວດ ອອກແບບ-ກໍ່ສ້າງ ຈຳກັດຜູ້ດຽວ ໃນການກໍ່ສ້າງຕຶກນອນພິເສດຢູ່ໂຮງໝໍແມ່ ແລະ ເດັກເກີດໃໝ່. ຈາກນັ້ນ ໂຮງໝໍ ແລະ ບໍລິສັດ ໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງດັ່ງກ່າວ ໃຫ້ເຂົ້າສູ່ຕົວຈິງ ໂດຍສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ແລະ ສອດຄ່ອງຕາມລະບຽບການ. ອາຄານນອນພິເສດຫຼັງນີ້ ໄດ້ອອກແບບໃຫ້ກົມກຽວ ແລະເຊື່ອມຕໍ່ກັບລະບົບອາຄານທີ່ມີແລ້ວຂອງໂຮງໝໍ ແມ່ ແລະ ເດັກເກີດໃໝ່ ຊຶ່ງມີຂະໜາດກ້ວາງ 32,6 ແມັດ, ຍາວ 59 ແມັດ, ເປັນອາຄານ 3 ຊັ້ນ ປະກອບມີຫ້ອງນອນພິເສດທັງໝົດ 50 ຫ້ອງ; ໂດຍຈັດເປັນ 4 ປະເພດຫ້ອງ ຄື: ປະເພດ 1 ຫ້ອງ ພິເສດສູດ VIP Luxury ມີ 2 ຫ້ອງ; ປະເພດ 2 ຫ້ອງ ສູດ Luxury ມີ 4 ຫ້ອງ; ປະເພດ 3 ຫ້ອງ ພິເສດ VIP ມີ 21 ຫ້ອງ; ປະເພດ 4 ຫ້ອງ ທົ່ວໄປ Deluxe ມີ 23 ຫ້ອງ; ຫ້ອງໂຖງພະຍາບານຕ້ອນຮັບ, ເຄົ້າເຕີພະຍາບານປະຈຳການ 24 ຊົ່ວໂມງ, ຫ້ອງອາບນໍ້າເດັກ, ຫ້ອງຢາ, ຫ້ອງການບໍລິຫານ,ຮ້ານອາຫານ, ຮ້ານກາເຟ, ມິນິມາກ; ມີລະບົບເຕັກນິກຄົບຊຸດ ເຊັ່ນ: ລະບົບເຕັກນິກຂອງການແພດ,ລະບົບໄຟຟ້າສະເພາະ (ລວມທັງໄຟຟ້າສໍາຮອງ), ລະບົບລິບ, ລະບົບກ້ອງວົງຈອນປິດ, ອິນເຕີເນັດ,ລະບົບນໍ້າໃຊ້, ນໍ້າເສຍ ແລະ ອື່ນໆ. ເພື່ອຄວາມປອດໄພ ແລະ ຄວາມສະດວກສະບາຍໃນການບໍລິການ.ທັງໝົດແມ່ນໄດ້ອອກແບບຢ່າງເປັນລະບົບຄົບຊຸດ ຕົວອາຄານທາງນອກແບບຊົງລາວປະຍຸກ ແລະ ດ້ານເຕັກນິກການນໍາໃຊ້ແບບທັນສະໄໝ. (ແນວຄວາມຄິດ ຫຼື ສິ່ງຈູງໃຈ ໃນການອອກແບບ ແມ່ນເລີ່ມຈາກຊີວິດຈິງ ຂອງຕົນ ທີ່ເຄີຍເປັນແມ່ ຖືພາ ແລະ ເກີດລູກ 3 ຄົນ ຊຶ່ງຜ່ານການໃຊ້ບໍລິການຂອງໂຮງໝໍທັງຢູ່ພາຍໃນ ແລະ ຕ່າງປະເທດ ເຫັນໄດ້ສະພາບຕົວຈິງຫຼາຍຢ່າງ. ໂຄງການນີ້ ມີມູນຄ່າລົງທຶນທັງໝົດ 144,6 ຕື້ກວ່າກີບ (ຫຼື ປະມານ 6,4 ລ້ານກວ່າໂດລາ) ໃນນີ້ບໍລິສັດລົງທຶນທັງໝົດ101,2 ຕື້ກວ່າກີບ ປະມານ (4,5 ລ້ານໂດລາ) ຖືຮຸ້ນ 70% ແລະ ໂຮງໝໍແມ່ ແລະ ເດັກເກີດໃໝ່ ປະກອບສິດນໍາໃຊ້ທີ່ດິນ 3,700 ຕາແມັດ ຖືເປັນມູນຄ່າ ປະກອບເຂົ້າເປັນທຶນ 43,3 ຕື້ກວ່າກີບ ເທົ່າກັບ (1,9 ລ້ານໂດລາ) ຖືຮຸ້ນ 30%. ໄລຍະ ການລົງທຶນ (ກໍ່ສ້າງ) ແມ່ນ 3 ປີ. ໄລຍະດຳເນີນບໍລິການ (ຮ່ວມທຸລະກິດ) 25 ປີ.
ໃນໂອກາດນີ້ ທ່ານ ນາງ ນາລີ ສີສຸລິດ ກໍໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສີລິມຸງຄຸນໃຫ້ແກ່ພິທີດັ່ງກ່າວ ແລະ ໄດ້ທ່ຽວຊົມພາຍໃນຕຶກໂຮງໝໍແມ່ ແລະ ເດັກເກີດ ໃໝ່ອີກດ້ວຍ.
May be an image of 8 people, dais and textMay be an image of 8 people and hospital