ກອງປະຊຸມ ຄະນະກຳມະການແຫ່ງຊາດດ້ານໂພຊະນາການ 6 ເດືອນ ຕົ້ນປີ ແລະ ແຜນ 6 ເດືອນ ທ້າຍປີ 2024

May be an image of 6 people and text

ກອງປະຊຸມ ຄະນະກຳມະການແຫ່ງຊາດດ້ານໂພຊະນາການ 6 ເດືອນ ຕົ້ນປີ ແລະ ແຜນ 6 ເດືອນ ທ້າຍປີ 2024 ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2024 ທີ່ ຫ້ອງວ່າການສໍານັກງານນາຍົກ, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການ,ໂດຍມີ ຄະນະກຳມະການແຫ່ງຊາດດ້ານໂພຊະນາການ ແລະ ບັນດາສູນ, ກົມທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ມີການລາຍງານຜົນການສຳຫຼວດເຝົ້າລະວັງໂພຊະນາການແຫ່ງຊາດ ຮອບ 1 ປີ 2024 ປະເມີນຂະບວນການປະສານງານ ແລະ ສິ່ງທ້າທາຍ ຂອງການຈັດຕັ້ງປະຕິບັດຍຸດທະສາດແບບໜຶ່ງດຽວຫຼາຍຂະແໜງການ ເພື່ອຫລຸດຜ່ອນການຂາດສານອາຫານໃນ ສປປ ລາວ, ເພື່ອສົນທະນາ ແລະ ເອກະພາບການຜັນຂະຫຍາຍທິດຊີ້ນຳ ແລະ ຄຳໝັ້ນສັນຍາຂອງກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳປີ 2023, ເພື່ອເປັນເອກະພາບຂໍສະເໜີປັບປຸງ ຂໍ້ຕົກລົງວ່າດ້ວຍຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ລາຍງານຄວາມຄືບໜ້າໃນການເຊື່ອມສານວຽກງານໂພຊະນາການເຂົ້າໃນແຜນພັດທະນາເສດຖະກິດສັງຄົມຄັ້ງທີ 10 ແລະ ລາຍງານການຈັດຕັ້ງປະຕິບັດ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 6 ເດືອນ ຕົ້ນປີ ແລະ ແຜນ 6 ເດືອນທ້າຍປີ. ໃນພິທີປິດກອງປະຊຸມດັ່ງກ່າວ ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ໄດ້ເນັ້ນໜັກໃຫ້ ບັນດາກະຊວງ-ອົງການ ແລະ ຄະນະກຳມະການໂພຊະນາການທຸກຂັ້ນ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບ ແລະ ໃຫ້ຜັນຂະຫຍາຍ ຄໍາຖະແຫຼງການຂອງທ່ານ ນາຍົກລັດຖະມົນຕີ ໃຫ້ໄວ້ໃນກອງປະຊຸມ ສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ ຄັ້ງທີ II ຫົວຂໍ້: ຮີບຮ້ອນປັບປຸງວຽກງານໂພຊະນາການເພື່ອພັດທະນາຊັບສິນມະນຸດ ຄັ້ງວັນທີ 26 ມິຖຸນາ 2024 ທີ່ ນະຄອນຫລວງວຽງຈັນ ໃຫ້ປະກົດເປັນຈິງ.