ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນ ສາຫະລັດອາເມລິກາ (USAID) ແລະ ອົງ ການອະນາໄມໂລກ ໄດ້ແຈ້ງກ່ຽວກັບການ ຮັບຮອງເອົາການຮ່ວມ ມືຄັ້ງໃໝ່

 ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນ ສາຫະລັດອາເມລິກາ (USAID) ແລະ ອົງ ການອະນາໄມໂລກ ໄດ້ແຈ້ງກ່ຽວກັບການ ຮັບຮອງເອົາການຮ່ວມ ມືຄັ້ງໃໝ່ ເພື່ອຮອງຮັບຕໍ່ໄພຂົ່ມຂູ່ ຄວາມໝັ້ນຄົງດ້ານສຸຂະພາບ ແລະ ກະກຽມຄວາມພ້ອມກັບຄວາມສ່ຽງຕໍ່ ການລະບາດ ແລະ ເຫດການສຸກເສິນທີ່ອາດເກີດຂື້ນໃນອະນາຄົດ ພ້ອມທັງຖອດຖອນບົດຮຽນຈາກການໂຕ້ ຕອບຕໍ່ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະທີ່ຜ່ານມາ. ໃນການຮ່ວມມືຄັ້ງນີ້, ອົງການ USAID ໄດ້ມີເຈດຈໍານົງໃນການສະໜັບ ສະໜູນເປັນ ມູນຄ່າ 10 ລ້ານໂດລາສະຫະລັດ ໄລຍະເວລາ 5 ປີ. ທາງດ້ານ ລະບົບລະບາດວິທະຍາ ເຫັນວ່າໃນປີ 2023, ສປປ ລາວ ພວກເຮົາໄດ້ປະເຊີນກັບການລະບາດຂອງພະນາດ ໂຄວິດ-19 ແລະ ເຫດການສຸກເສິນ ທາງດ້ານສາທາລະນະສູກ ຫຼາຍກວ່າ 30 ຄັ້ງ. ຕໍ່ເຫດການດັ່ງກ່າວນັ້ນ ກະຊວງສາທາລະນະສຸກ ກໍຄືລັດຖະບານລາຍງານໃນໄລຍະຜ່ານມາກໍສຸມໃສ່ການປະຕິບັການກໍາໜົດມາດຕະການໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະ ສຸກ. ທ່ານ ນາງ ແຮັດເຕີ ວາເຣຍ ວາເຣຍ ອາວາ ເເລະ ທ່ານ ທີມໂມຕີ ອາມສະຕຣອງ ຜູ້ຕາງໜ້າອົງການ ອະນາໄມໂລກ ປະຈໍາ ສປປ ລາວ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວັນທີ 17 ມີຖຸນາ 2024 ທີ່ໂຮແຮມລາວ – ພຣາຊາ