ສະເຫຼີມສະຫຼອງ ວັນແພດລາວ 18 ມີຖຸນາ ຄົບຮອບ 59 ປີ (18 ມິຖຸນາ 1965–18 ມິຖຸນາ 2024)

May be an image of 3 people, temple, dais and text

ກະຊວງສາທາລະນະສຸກ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນແພດລາວ 18 ມີຖຸນາ ຄົບຮອບ 59 ປີ (18 ມິຖຸນາ 1965–18 ມິຖຸນາ 2024)
ເພື່ອລະນຶກເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານການຮັກສາສຸຂະພາບ ຂອງພໍ່ແມ່ ປະຊາຊົນບັນດາເຜົ່າ ແລະ ການພັດທະນາບຸກຄະລາກອນ ສາທາລະນະສຸກ, ໂດຍສະເພາະ ການຈາລຶກເຖິງບຸນຄຸນ ຕໍ່ແພດໝໍ ແລະ ພະນັກງານສາທາລະນະສຸກລາວ ທີ່ໄດ້ເສຍສະຫຼະ ອຸທິດສະຕິປັນຍາ ແລະ ເຫື່ອແຮງໃນການ ປະຕິບັດໜ້າທີ່ ໃນແຕ່ລະໄລຍະ ເຊີ່ງໄດ້ຍົກໃຫ້ເຫັນໄດ້ເຖີງ ບົດບາດຄວາມສຳຄັນ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຈັນຍາບັນ ແລະ ຈັນຍາທຳຂອງແພດໝໍ ໃນການຮັບໃຊ້ ພໍ່ແມ່ປະຊາຊົນຢ່າງແທ້ຈິງ. ວັນທີ 18 ມີຖຸນາ ຈີ່ງໄດ້ກາຍເປັນຂີດໝາຍອັນສຳຄັນ ແຫ່ງການກຳເນີດຂອງ ວັນແພດລາວ, ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສຈ.ດຣ. ປອນເມກ ດາລາລອຍ ອາດີດ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ບັນດາທ່ານການນຳພັກ-ລັດ, ພະນັກງານ ອາວຸໂສບໍານານ ຂອງກະຊວງສາທາລະນະສຸກ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສະຖານບັນ, ສູນ, ຜູ້ອໍານວຍການໂຮງໝໍສູນກາງ ອ້ອມຂ້າງກະຊວງສາທາລະນະສຸກ ແລະ ແພດໝໍກໍ່ໄດ້ເຂົ້າຮ່ວມ.
ວັນທີ 14 ມິຖຸນາ 2024 ທີ່ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ