ກະຊວງສາທາລະນະສຸກ ເປີດກອງປະຊຸມເຜີຍແຜ່ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ

  
ກະຊວງສາທາລະນະສຸກ ເປີດກອງປະຊຸມເຜີຍແຜ່ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 169/ນຍ ລົງວັນທີ 28 ທັນວາ 2023 ວ່າດ້ວຍການສະສາງລົດຂອງລັດ ໂດຍການເປັັນປະທານຮ່ວມຂອງ ທ່ານ ຮສ ປອ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກນາຍົກລັດຖະມົນຕີ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກຄຸ້ມຄອງສັງຫາລີມະຊັບ, ກົມຄຸ້ມຄອງຊັບສິນຂອງລັດກະຊວງການເງິນ, ບັນດາທ່ານໃນຄະນະກຳມະການ, ຄະນະກຳມະທິການຈາກສູນກາງ, ຫົວໜ້າກົມຫຼືກອງ, ສະຖາບັນ, ສູນ , ໂຮງງານຜະລິດຢາ, ໂຮງໝໍຂັ້ນສູນກາງ-ເມືອງ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອຈະໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງ, ເອກະສານກ່ຽວຂ້ອງດັ່ງກ່າວແມ່ນຕິດພັນກັບວາລະແຫ່ງຊາດ ເປັນຕົ້ນແມ່ນເປັນການຜັນຂະຫຍາຍ ມາດຕາ 20 ຂອງດຳລັດວ່າດ້ວຍລົດຂອງລັດສະບັບເລກທີ 599/ລບ ເຊິ່ງເປັນເອກະສານທີ່ສຳຄັນທີ່ພົວພັນເຖິງບັນດາພະນັກງານບຳນານ, ພະນັກງານປະຈຳການ ທີ່ນຳໃຊ້ລົງຂອງລັດໃນໄລຍະຜ່ານມາ ການສະສາງລົດຂອງລັດໃຫ້ສຳເລັດໃນທ້າຍປີ 2024 ແລະ ມີຄວາມສະດວກ ແລະ ໂປງໃສ ກຳນົດວັນເວລາໃນການສະສາງບໍ່ໃຫ້ເກີນ 3 ເດືອນ ຫຼັງຈາກໄດ້ຮັບການຕົກລົງຫັນກຳມະສິດລົດຂອງລັດແລ້ວ.
ວັນທີ 14 ມີຖຸນາ 2024 ທີ່ ຫ້ອງສະໂມສອນໂຮງໝໍມິດຕະພາບ