ພິທີປິດຮຽນທິດສະດີການເມືອງ ຂັ້ນຕົ້ນໄລຍະ 3 ເດືອນ ຊຸດທີ I ປະຈຳປີ 2024 ຂອງກະຊວງສາທາລະນະສຸກ

ພິທີປິດຮຽນທິດສະດີການເມືອງ ຂັ້ນຕົ້ນໄລຍະ 3 ເດືອນ ຊຸດທີ I ປະຈຳປີ 2024 ຂອງກະຊວງສາທາລະນະສຸກ ໄດ້ຈັດ ຂື້ນໃນ ວັນທີ 04 ມີນາ ຫາ ວັນທີ 05 ມີຖຸນາ 2024 ມີບັນດານັກສຶກສາທີ່ເຂົ້າຮຽນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້ ມີພະນັກງານຜູ້ທີ່ມີຄວາມກ້າວໜ້າ ຢູ່ອ້ອມຂ້າງກະຊວງສາທາລະນະສຸກ 60 ສະຫາຍ ຍິງ 26 ສະຫາຍ ເພື່ອຝຶກ ຝົນຫຼໍ່ຫຼອມ ຕົນເອງ ທາງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ-ຄຸ້ມຄອງ ແລະ ການພົວພັນປະສານ ງານໃນຂົງເຂດວຽກງານທີ່ຕົນຮັບຜິດຊອບຫຼາຍຂື້ນ.
ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ສາທາ, ລັດຖະມົນຕີກະຊວງສາທາລະນະສຸກ ແລະ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການປະຈຳພັກ, ຮອງຫົວ ໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫົວໜ້າຫ້ອງການກະຊວງ, ຫົວໜ້າສະຖາບັນສາທາລະນະສຸກສາດ, ຄະນະ ຮັບຜິດຊອບການຮຽນການສອນ ຈາກກະຊວງສາທາລະນະສຸກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ມອບ ໃບຢັ້ງຢືນແກ່ພະນັກງານນັກສຶກສາທັງໝົດ.
ຫຼັງຈາກນັ້ນ, ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງສາທາ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ກຽດໂອ້ລົມວ່າ : ຫຼັກມູນທິດສະດີການເມືອງ-ການປົກຄອງ ໃນໄລຍະໃໝ່ນັ້ນບໍ່ພຽງແຕ່ຍົກລະດັບ ທາງດ້ານທິດສະດີເທົ່ານັ້ນ, ສິ່ງສຳຄັນໃນການຮຽນທິດສະດີໃນຄັ້ງນີ້ ຍັງໄດ້ສ້າງທັດສະນະຫຼັກໝັ້ນ, ມີຈຸດຢັ້ງຢືືນ, ມີຈິນຕະນາການໃໝ່ໃນການສັງເກດຕີລາຄາບັນຫາຕ່າງໆຢ່າງຖືືກຕ້ອງ ແລະ ເປັນການຕີຖອຍບັນຫາທີ່ຫຍໍ້ທໍ໊ໃນສັງຄົມເຊັ່ນ: ແນວຄິດປຽບ ທຽບຊັ່ງຊາ, ເຫັນແກ່ຕົນເອງ, ໜັກໄປທາງຜົນປະໂຫຍດ ແລະ ອື່ນໆທີ່ເກີດຂື້ນ ອີກດ້ານໜຶ່ງຕ້ອງໄດ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ ການເປັນສະມາຊີກພັກ ແລະ ເປັນພະນັກງານທີ່ດີຂອງກະຊວງສາທາລະນະສຸກ ເປັນຜູ້ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາທຳແພດທີ່ຖືກຕ້ອງ, ເປັນຜູ້ຊ່ວຍການນຳຂອງຕົນ, ເປັນຜູ້ທີ່ມະຫາຊົນໄວ້ເນຶ້ອວາງໃຈ ແລະ ເປັນຜູ້ກຳແນວທາງນະໂຍບາຍຂອງພັກ – ກົດໝາຍຂອງລັດ ໂດຍສະເພາະຕ້ອງຮູ້ແຈ້ງທິດທາງຍຸດທະສາດລວມ.
ໃນວັນທີ 7 ມີຖຸນາ 2024 ທີ່ ສະຖາບັນສາທາລະນະສຸກສາດ.