ກອງປະຊຸມຊີ້ແຈງຜົນການຈັດຕັ້ງປະຕິບັດ ວສຊ ໝາກແດງໃຫ່ຍ-ໝາກແດງນ້ອຍ ໃນ ສປປ ລາວ

May be an image of 1 person, dais and text

ກອງປະຊຸມຊີ້ແຈງຜົນການຈັດຕັ້ງປະຕິບັດ ວສຊ ໝາກແດງໃຫ່ຍ-ໝາກແດງນ້ອຍ ໃນ ສປປ ລາວ (Dissemination the preliminary results of the 2024 National Measles-Rubella SIA, Lao PDR).
ໃນນີ້ ໄດ້ມີການສົນທະນາແລກປ່ຽນ ເພື່ອສ້າງຄວາມເຂັ້ມແຂງໃນການສັກວັກຊິນຮອບປົກະຕິໃນຕໍ່ໜ້າ ແລະ ເພື່ອປັບປຸງແຜນການກຳຈັດໝາກແດງໃຫຍ່-ໝາກແດງນ້ອຍ ລວມທັງການຈັດຕັ້ງປະຕິບັດ ວສຊ ໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ. ພ້ອມສະເໜີຜົນຂອງການລົງຕິດຕາມຊຸກຍູ້ ແລະ ສັງເກດການໃນໄລຍະການຈັດຕັ້ງປະຕິບັດ ວສຊ ຈາກຄູ່ຮ່ວມພັດທະນາ ກັບທີມງານຂັ້ນສູນກາງ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະ ສຸກ, ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ບັນດາຫົວໜ້າກົມ, ສູນ, ພະແນກສາທານະຄອນຫຼວງ, ທີມ ງານ ສສມດ, ຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດ ສຸຂະພາບ, ກົມການສຶກສາກ່ອນໄວຮຽນກະ ຊວງສຶກສາ ແລະ ຄູ່ຮ່ວມພັດທະນາ, ອົງການ WHO, UNICEF, GAVI, NITAG ມີພາກສ່ວນທີ່ກ່ຽວ ຂ້ອງກໍ່ໄດ້ເຂົ້າຮ່ວມ.
ໃນວັນທີ 7 ມີຖຸນາ 2024 ທີ່ ໂຮງແຮມ ລາວ-ພຣາຊາ