ສະເຫຼີມສະຫຼອງ ຂະບວນການວັນປູກຕົ້ນໄມ້ເແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ ປອ. ດຣ. ບຸນເລື່ອນ ດວງເດືອນ ຫົວໜ້າ ສະຖາບັນການແພດ ແລະ ການຢາພື້ນເມືອງ, ທ່ານ ຄະນະປະຈຳພັກ, ກຳມະການພັກ ກະຊວງ ບັນດາທ່ານ ຫົວໜ້າ ແລະ ຮອງ ຂອງຫ້ອງການ, ກົມ, ຫົວໜ້າສະຖາ ບັນພ້ອມຄະນະ, ມວສ, ໂຮງໝໍ,ໂຮງຮຽນ, ສູນ, ກອງ ອ້ອມຂ້າງກະຊວງ, ທ່ານອະດີດການນຳ ອະດີດຄະນະພັກຂອງກະຊວງ ອະດີດການນຳຂອງສະຖາບັນ ແລະ ພະນັກງານອາວຸໂສບຳນານ; ປະທານ, ຮອງປະທານ ຄະນະບໍລິຫານງານ ຂອງກຳມະບານ, ແມ່ຍິງ ແລະ ຊາວໜຸ່ມ ກະຊວງສາທາລະນະສຸກ, ໄດ້ເຂົ້າຮ່ວມ ໃນພິທີ ຈັດກິດຈະກໍາປູກພືດເປັນຢາ ເພື່ອຕ້ອນ ຮັບວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງກົງກັບ ວັນເດັກນ້ອຍສາກົນ ທີ 01 ມິຖຸນາ 2024 ເພື່ອເປັນ ພິທີ ຂະບວນການຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ສະເຫຼີມສະຫຼອງ ຂະບວນການວັນປູກຕົ້ນໄມ້ເແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ, ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ ແລະ ວັນແພດລາວ ວັນທີ 18 ມິຖຸນາ. ໃນພິທີດັ່ງກ່າວ ທ່ານ ດຣ ໄພວັນ ແກ້ວປະເສີດ ກໍ່ໄດ້ຮັບຟັງ ການລາຍງານຄວາມເປັນມາ ແລະ ການພັດທະນາ ສວນອະນຸລັກພືດເປັນຢາ ຂອງທ່ານ ຫົວໜ້າ ສະຖາບັນການແພດ ແລະ ການຢາພື້ນເມືອງ. ພ້ອມທັງໄດ້ສະເໜີບັນດາຜູ້ທີ່ໄດ້ເຂົ້າຮ່ວມໃນກິດຈະກໍາປູກພືດເປັນຢາ ຈົ່ງພ້ອມກັນສືບ, ຮ່ວມຈິດຮ່ວມໃຈ ປະກອບສ່ວນ ການອະນາໄມສວນ ການທະນຸບຳລຸງ ຮົດນ້ຳຄູນດີນ ແລະ ການປູກພືດທີ່ເປັນຢາ ໃນຄັ້ງນີ້ ເພື່ອເປັນພື້ນທີ່ສີຂຽວ,
ວັນທີ 31 ພຶດສະພາ 2024 ທີ່ສວນອະນຸລັກຕົ້ນໄມ້ເປັນຢາ ເຂດເວີນຄຳ
May be an image of 16 people and treeMay be an image of 12 people, tree and text
May be an image of 11 people and tree