ສະມາຄົມແພດເດັກ ໄດ້ຈັດກອງປະຊຸມຂອງສະມາຄົມແພດເດັກຄັ້ງທີ 19

ສະມາຄົມແພດເດັກ ໄດ້ຈັດກອງປະຊຸມຂອງສະມາຄົມແພດເດັກຄັ້ງທີ 19 ໃນຫົວຂໍ້: ຄວາມຈຳເປັນໃນການບໍລິການສຸຂະພາບຂອງເດັກໃຫ້ມີປະສິດທິພາບ “The essentials of effective child health management” ຂຶ້ນພາຍໃຕ້ການເຂົ້າຮ່ວມເປັນປະທານ ໂດຍ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຮຈ ດຣ ຄໍາເປ ພົງສະຫັວດ ປະທານສະມາຄົມແພດເດັກລາວ, ທ່ານ ຮຈ ດຣ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບການປິ່ນປົວ, ທ່ານ Ms Pia Rebello Britto ຜູ້ຕ່າງໜ້າຈາກອົງການ UNICEF ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ກອງປະຊຸມຂອງສະມາຄົມແພດເດັກມີເປົ້າໝາຍເພື່ອດູແລເດັກໃຫ້ມີສຸຂະພາບທີ່ສົມບູນ ດ້ວຍການປິ່ນປົວທີ່ມີຄຸນະພາບຕາມມາດຕະຖານສາກົນ ເພື່ອຊ່ວຍຫຼຸດການເຈັບເປັນ ແລະ ເສຍຊິວິດຂອງເດັກ ແລະ ຍັງເປັນບ່ອນທີ່ເພີ່ມພູນຄວາມຮູ້ຄວາມສາມາດໃຫ້ແກ່ທ່ານໝໍທີ່ເຮັດໜ້າທີ່ປິ່ນປົວເດັກໄດ້ແລກປ່ຽນຄວາມຮູ້, ຖອດຖອນບົດຮຽນເຊີ່ງກັນ ແລະ ກັນ ພ້ອມທັງປະສົບການຕ່າງໆທີ່ພົບໃນແຕ່ລະໂຮງໝໍໃນທົ່ວປະເທດ. ເນື່ອງຈາກການເສຍຊິວິດຂອງເດັກຍັງເປັນໜື່ງຂອງເງື່ອນໄຂທີ່ຈະເຮັດໃຫ້ປະເທດລາວຫຼຸດພົ້ນອອກຈາກຄວາມທຸກຍາກໃນ ປີ 2030 ທີ່ລັດຖະບານໄດ້ວາງໄວ້,
May be an image of one or more people, dais and weddingMay be an image of 8 people, dais and text
ວັນທີ 29 ພຶດສະພາ 2024 ທີ່ນະຄອນຫຼວງວຽງຈັນ.