ຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດພິທີເຊັນສັນຍາການບໍລິການປິ່ນປົວສຸຂະພາບ ຕາມລະບົບປະກັນສຸຂະພາບແຫ່ງຊາດ ປະຈໍາປີ 2024 – 2026

ຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດພິທີເຊັນສັນຍາການບໍລິການປິ່ນປົວສຸຂະພາບ ຕາມລະບົບປະກັນສຸຂະພາບແຫ່ງຊາດ ປະຈໍາປີ 2024 – 2026 ຮ່ວມກັບ ໂຮງໝໍໄຊມັງກອນສາກົນ ຕາມທິດຊີ້ນໍາ ຂອງ ການນໍາກະຊວງສາທາລະນະສຸກ ຂື້ນ ໃນວັນທີ 28 ພຶດສະພາ 2024, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານ ຈາກ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ,ພ້ອມດ້ວຍບັນດາກົມທີ່ກ່ຽວຂ້ອງ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ຜູ້ອຳນວຍການໂຮງໝໍແຂວງ, ທ່ານ ຫົວໜ້າຫ້ອງການປະກັນສຸຂະພາບຂັ້ນແຂວງ ຈາກ ຫົກ ແຂວງ ປະກອບດ້ວຍ ແຂວງ ຜົ້ງສາລີ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ຫຼວງນໍ້າທາ ແລະ ອຸດົມໄຊ ພ້ອມດ້ວຍຄະນະພະແນກ ແລະ ວິຊາການຈາກຫ້ອງການປະກັນສຸຂະພາບແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ ທາງອອນລາຍ. ການຕໍ່ສັນຍາຄັ້ງນີ້ ເປັນການເຊັນສັນຍາຮ່ວມກັນ ຄັ້ງທີ 4 (ຄັ້ງທີ 1 ແມ່ນວັນທີ 04 ມັງກອນ 2019, ຄັ້ງທີ 2 ແມ່ນເຊັນໃນ ວັນທີ 05 ພຶດສະພາ 2020 ແລະ ຄັ້ງທີ 3 ເຊັນໃນວັນທີ 23 ກຸມພາ 2022).ການເຊັນສັນຍາຮ່ວມກັນນີ້ ເພື່ອເປັນການຮັບປະກັນໃຫ້ສະມາຊິກ ກອງທຶນປະກັນສຸຂະພາບແຫ່ງຊາດ ໄດ້ເຂົ້າເຖິງການບໍລິການຮັກສາປິ່ນປົວສຸຂະພາບ ຢູ່ ໂຮງໝໍໄຊມັງກອນສາກົນ ເວລາຖືກສົ່ງຕໍ່ ຕາມລະບຽບການທີ່ກອງທຶນໃຫ້ການຄຸ້ມຄອງ. ກ່ອນໜ້າເຊັນສັນຍາ, ຫ້ອງການປະກັນສຸຂະພາບແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບຜົນການກວດສອບການຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບແຫ່ງຊາດ ຂອງ ໂຮງໝໍໄຊມັງກອນສາກົນ ປະຈໍາປີ 2022 – 2024 ໂດຍຜ່ານກອງປະຊຸມຊຶ່ງໜ້າ ແລະ ທາງໃກ (Zoom) ໃນວັນທີ 21 ພຶດສະພາ 2024 ຮ່ວມກັບ ທ່ານ ຫົວໜ້າກົມອາຫານ ແລະ ຢາ, ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ພາກສ່ວນກ່ຽວຂ້ອງຈາກ 6 ແຂວງກ່ຽວຂ້ອງ ແລະ ທ່ານ ຜູ້ອໍານວຍການໂຮງໝໍໄຊມັງກອນສາກົນ ພ້ອມກັບໄດ້ຜ່ານຮ່າງສັນຍາກ່ຽວກັບການບໍລິການປິ່ນປົວສຸຂະພາບ ຕາມລະບົບປະກັນສຸຂະພາບແຫ່ງຊາດ ລະຫວ່າງ ຫ້ອງການປະກັນສຸຂະພາບແຫ່ງຊາດ ແລະ ໂຮງໝໍໄຊມັງກອນສາກົນ ແຂວງອຸດົມໄຊ ປະຈໍາປີ 2024 – 2026 ສະບັບປັບປຸງ ແລະ ໄດ້ສົ່ງຮ່າງສັນຍາສະບັບດັ່ງກ່າວ ຕາມຄໍາຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ໄປຫາ ທ່ານຫົວໜ້າພະແນກສາທາລະນະສຸກແຂວງ ຂອງ 6 ແຂວງ ເພື່ອປະກອບຄໍາເຫັນເພີ່ມເຕີມ ຕໍ່ກັບຮ່າງສັນຍາສະບັບປັບປຸງດັ່ງກ່າວນັ້ນ ແລ້ວສັງລວມຄໍາຄິດເຫັນ ແລະ ປັບປຸງຮ່າງສັນຍາຕາມຄໍາຄິດເຫັນລ່າສຸດຈາກແຂວງກ່ຽວຂ້ອງ.