ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ຮ່ວມມືກັນເຮັດໂຄງການພັດທະນາທີ່ດິນຂອງ ວິທະຍາໄລວິທະຍາສາດການແພດ ແຂວງຫຼວງພະບາງ.

ວັນທີ 22 ມີນາ 2021 ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາໂຄງການຮ່ວມລົງທຶນພັດທະນາທີ່ດິນຂອງວິທະຍາໄລວິທະຍາສາດການແພດ ທີ່ບ້ານທາດຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນໂຮງແຮມ 5 ດາວ ແລະ ກໍ່ສ້າງວິທະຍາໄລ ວິທະຍາສາດສຸຂະພາບ ແຂວງຫຼວງພະບາງ(ຫຼັງໃໝ່) ຂື້ນ, ເພື່ອເປັນການສົ່ງເສີມການລົງທຶນພາຍໃນ ສປປ ລາວ ແລະ ເປັນການພັດທະນາດ້ານສາທາລະນະສຸກຂອງພາກເໜືອ ເພື່ອຕອບສະໜອງໃບໜ້າໃໝ່ ໃຫ້ແກ່ກະຊວງສາທາລະນະສຸກ, ເຊີ່ງໂຄງການດັ່ງກ່າວແມ່ນໄດ້ເລີ້ມມາແຕ່ປີ 2018 ເຊີ່ງມີຄະນະກຳມະການຂອງກະຊວງສາທາລະນະສຸກ, ກົມຊັບສິນທີ່ດິນ, ພະແນກແຜນການ, ພະແນກຊັບພະຍາກອນປະເມີນຫຼັກຊັບ ແລະ ຊັບສົມບັດ, ປະເມີນຜົນໄດ້ຮັບ ແລະ ຜົນເສຍຂອງການຮ່ວມມືໃນຄັ້ງນີ້. ເຊັນລົງນາມໃນຄັ້ງນີ້ໂດຍ ທ່ານ ດຣ. ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກ  ແລະ ທ່ານ ພຶດສະພາ ພູມມະສັກ ປະທານເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການເຊັນສັນຍາໂດຍ ທ່ານ ຮສ.ດຣ. […]

ກະຊວງສາທາລະນະສຸກ ແລະ ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ຮ່ວມມືກັນເຮັດໂຄງການພັດທະນາທີ່ດິນຂອງ ວິທະຍາໄລວິທະຍາສາດການແພດ ແຂວງຫຼວງພະບາງ. Read More »