ວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທຳອິດທີ່ໂຮງໝໍຈຳປາສັກ

ໃນຕອນເຊົ້າຂອງວັນທີ 4/3/2021 ໂຮງໝໍຈຳປາສັກໄດ້ເປີດກອງປະຊຸມຊີ້ແຈງການໃຫ້ວັກຊີນກັນພະຍາດ ໂຄວິດ-19 ແລະ ການສັກວັກຊີນກັນພະຍາດໂຄວີດ-19 ເຂັມທຳອິດທີ່ແຂວງຈຳປາສັກ ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ.ດຣ ພູທອນ ເມືອງປາກ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ແຂກເຂົ້າຮ່ວມມີຄະນະກໍາມະການສະເພາະກິດຂັ້ນແຂວງ, ເຈົ້ານະຄອນປາກເຊ , ຫົວຫນ້າດ່ານສາກົນ, ຫົວໜ້າໂຮງໝໍອ້ອມຂ້າງ, ພະນັກງານແພດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ພະນັກງານຜູ້ທຳອິດທີ່ສັກວັກຊີນ ເຂັມທຳອິດ ແມ່ນ ທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ ຫົວຫນ້າພະແນກສາທາແຂວງຈຳປາສັກ ເພື່ອສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈໃຫ້ແກ່ພະນັກງານທີ່ຈະສັກວັກຊີນ.ໂດຍແຂວງຈຳປາສັກ ຈະໄດ້ຮັບວັກຊິນທັງໝົດ 16.600 ຄົນ ໃນນີ້ປະກອບມີ: ພະນັກງານແພດໝໍ , ພະນັກງານດ່ານກວດກາຄົນເຂົ້າເມືອງ ແລະ ບຸກຄົນທີ່ມີຄວາມສ່ຽງສູງໃນການສຳພັດກັບພະຍາດໂຄວິດ-19.

ວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທຳອິດທີ່ໂຮງໝໍຈຳປາສັກ Read More »