ລາວມີຜູ້ປ່ວຍໄຂ້ເລືອດອອກກວ່າ 5 ພັນຄົນ! ນະຄອນຫຼວງມີຜູ້ປ່ວຍຫຼາຍກວ່າໝູ່
ນັບແຕ່ວັນທີ 1 ມັງກອນ 2020 ຫາ 17 ສິງຫາ 2020, ມີຜູ້ຕິດເຊື້ອໄຂ້ເລືອດອອກ ສະສົມທັງໝົດ 5.093 ຄົນ, ມີການລາຍງານການຕິດເຊື້ອສະສົມ ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 1.187ຄົນ, ຖັດລົງມາແມ່ນ ແຂວງວຽງຈັນ 570 ຄົນ ແລະ ບໍລິຄຳໄຊ 599 ຄົນ. ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນວັນທີ 18 ສິງຫາ ນີ້ໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະ ເທດເຮົາ ສະເພາະໃນວັນທີ 17 ສິງຫາ 2020 ມີຜູ້ຕິດເຊື້ອທັງໝົດ 69 ຄົນ (ບໍ່ມີຜູ້ເສຍຊີວິດ). ນັບແຕ່ວັນທີ 1 ມັງກອນ ຫາ 17 ສິງຫາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 5.093ຄົນ (ມີລາຍງານກໍ ລະນີຕິດເຊື້ອໃນ 18 ແຂວງ, […]
ລາວມີຜູ້ປ່ວຍໄຂ້ເລືອດອອກກວ່າ 5 ພັນຄົນ! ນະຄອນຫຼວງມີຜູ້ປ່ວຍຫຼາຍກວ່າໝູ່ Read More »