ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ
ໃນວັນທີ 11 ສິງຫາ 2020 ກະຊວງສາທາລະນະສຸກ ຢືນຢັນວ່າ ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມ 20 ຄົນ, ໃນນັ້ນຮັກສາຫາຍດີ 19 ຄົນ ແລະ 1 ຄົນກຳລັງປິ່ນປົວຮັກສາ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 10 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 419 ຄົນ, ໃນນັ້ນແຮງງານລາວ ມາແຕ່ໄທ 60 ຕົວຢ່າງ, ແຮງງານຈີນ 45 ຕົວຢ່າງ, ແຮງງານລາວ ມາແຕ່ຈີນ 2 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 1 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 389 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດ ວັນທີ 10 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ […]
ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ Read More »