June 29, 2020

ຢາຕ້ານໄວຣັສໂຄວິດ-19 ຈາກຍີ່ປຸ່ນ ຖືກສົ່ງຮອດ ສປປ ລາວແລ້ວ

ວັນທີ 26 ມິຖຸນາ 2020, ທີ່ ນະຄອນຫຼວງວຽງຈັນລັດຖະບານຍີ່ປຸ່ນໄດ້ມອບຢາຕ້ານໄວຣັສອາວິເກັນ (Avigan) ໃຫ້ແກ່ ສປປ ລາວ. ຢາດັ່ງກ່າວມີຈຳນວນພຽງພໍເພື່ອຮັກສາຜູ້ປ່ວຍຈຳນວນ 100 ຄົນ. ໄດ້ຖືກມອບໃຫ້ແກ່ກະຊວງສາທາລະນະສຸກ. ການຊ່ວຍເຫຼືອໃນຄັ້ງນີ້, ເປັນການສະໜອງຕໍ່ການຮ້ອງຂໍຈາກລັດຖະບານ ສປປ ລາວ ໂດຍເປົ້າໝາຍທີ່ຈະເສີມຂະຫຍາຍການສຶກສາທາງດ້ານການແພດກ່ຽວກັບໂຕຢາອາວິເກັນເພື່ອໃຊ້ໃນການຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19. ການມອບຢາດັ່ງກ່າວຄາດວ່າຈະປະກອບສ່ວນເຂົ້າໃນການສະກັດກັ້ນຄວາມເປັນໄປໄດ້ທີ່ຈະມີການແຜ່ລະບາດຮອບທີ່ 2 ໂດຍຜ່ານການກະກຽມທີ່ມີຄວາມພ້ອມຮັບມືຕໍ່ສະຖານະການ. ລັດຖະບານຍີ່ປຸ່ນກໍໄດ້ຊົມເຊີຍລັດຖະບານລາວຕໍ່ກັບຄວາມສາມາດໃນການຈັດຕັ້ງມາດຕະການຄວບຄຸມພະຍາດໂຄວິດ-19 ທີ່ດີ. ການສະກັດກັ້ນທີ່ມີປະສິດທິພາບສົ່ງຜົນໃຫ້ບໍ່ມີຈຳນວນຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອໃໝ່ເລີຍ ໃນໄລຍະ 2 ເດືອນທີ່ຜ່ານມາ. ລັດຖະບານຍີ່ປຸ່ນນັ້ນມີເປົ້າໝາຍທີ່ຈະມອບການຊ່ວຍເຫຼືອໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ໃຫ້ແກ່ລັດຖະບານລາວ. ໃນປີນີ້ເອງກໍເປັນປີຄົບຮອບ 65 ປີຂອງສາຍສຳພັນທາງການທູດ ຍີ່ປຸ່ນ-ລາວ ແລະ ຄົບຮອບ 5 ປີການເປັນຄູ່ຮ່ວມຍຸດທະສາດ. ປະເທດຍີ່ປຸ່ນໃນຖານະການເປັນຄູ່ຮ່ວມຍຸດທະສາດຂອງປະເທດລາວຈະສືບຕໍ່ຕັ້ງໜ້າສູ້ຊົນມອບການຊ່ວຍເຫຼືອ ເຊິ່ງບໍ່ມີພຽງແຕ່ກ່ຽວກັບການຕອບໂຕ້ພະຍາດໂຄວິດ-19 ເທົ່ານັ້ນ, ແຕ່ຈະມີການຊ່ວຍເຫຼືອໃນຂົງເຂດອື່ນເພື່ອປະຊາຊົນລາວຕື່ມອີກດ້ວຍ.

ຢາຕ້ານໄວຣັສໂຄວິດ-19 ຈາກຍີ່ປຸ່ນ ຖືກສົ່ງຮອດ ສປປ ລາວແລ້ວ Read More »

ອົງການອະນາໄມໂລກເຫັນດີໃຫ້ໂຈະການຢາຍຢາຂ້າແມ່ທ້ອງຊົ່ວຄາວ

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ຖະແຫຼງຂ່າວກ່ຽວກັບການກີນຢາຂ້າແມ່ທ້ອງໃນໂຮງຮຽນ ທີ່ເກີດຜົນຂ້າງຄຽງຂອງຢາ ໃນວັນທີ 25 ມິຖຸນາ 2020 ນີ້ ອັນເນື່ອງມາຈາກ ເປັນສາເຫດເຮັດໃຫ້ມີອາການມຶນເມົາຫລັງຈາກກິນເຂົ້າໄປ. ສະນັ້ນ, ຂໍໃຫ້ບອກຕໍ່ໆກັນເພື່ອປ້ອງກັນໃຫ້ທັນເວລາ ແລະ ໃຫ້ຕິດຕາມອາຫານລູກຊາຍຂອງທ່ານ ຫາກເຂົາເຈົ້າໄດ້ກິນຢານັ້ນແລ້ວ. ການຈັດຕັ້ງການກີນຢາໃນໂຮງຮຽນຄັ້ງນີ້ເລີ່ມຕົ້ນແຕ່ວັນທີ 16 ມິຖຸນາ 2020 ເປັນຕົ້ນມາໃນຂອບເຂດທົ່ວປະເທດ, ມາຮອດວັນທີ 24 ມິຖຸນາ 2020 ໄດ້ຮັບລາຍງານຈາກເມືອງ, ແຂວງ ມີນ້ອງນັກຮຽນເກີດຜົນຂ້າງຄຽງພາຍຫຼັງກີນຢາຂ້າແມ່ທ້ອງ ຈຳນວນ 231 ຄົນ (ນະຄອນຫຼວງ 220 ຄົນ ແລະ ແຂວງຈຳປາສັກ 11 ຄົນ), ເຊີ່ງນັກຮຽນ ທັງໝົດມີອາການແບບເບົາບາງ ເຊັ່ນ: ເຈັບຫົວ, ວິນຫົວ, ປວດຮາກ, ຮາກ ແລະ ຖອກທ້ອງ. ອາການຂອງນັກຮຽນ ທັງໝົດແມ່ນຫາຍດີໝົດທຸກຄົນແລ້ວ, ສະພາບເຊົ້ານີ້ຍັງມີບາງແຂວງລາຍງານກໍລະນີໃໝ່ ເຂົ້າມາທາງທີມງານຈະຕິດຕາມ ແລະ ກວດກາຢ່າງໃກ້ຊິດຕື່ມ. ຕໍ່ເຫດການທີ່ເກີດຂຶ້ນ

ອົງການອະນາໄມໂລກເຫັນດີໃຫ້ໂຈະການຢາຍຢາຂ້າແມ່ທ້ອງຊົ່ວຄາວ Read More »

ຍອດຜູ້ປ່ວຍໄຂ້ຍຸງລາຍທົ່ວປະເທດສູງເຖິງ 2 ພັນກວ່າຄົນ ເສຍຊີວິດ 6 ຄົນ

ສະພາບການພະຍາດໄຂ້ຍຸງລາຍໃນປະເທດເຮົາ ປັດຈຸບັນ, ຍັງຕ້ອງໄດ້ມີການເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ ເນື່ອງຈາກວ່າຍອດຜູ້ປ່ວຍໄຂ້ຍຸງລາຍຍັງມີອັດຕາເພີ່ມຂຶ້ນໃນແຕ່ລະວັນ. ທົ່ວປະເທດມີພຽງແຂວງຊຽງຂວາງທີ່ບໍ່ມີລາຍງານຜູ້ປ່ວຍໄຂ້ຍຸງລາຍ ສ່ວນນະຄອນຫຼວງວຽງຈັນແມ່ນມີຜູ້ປ່ວຍສູງເຖິງ 499 ຄົນ. ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 28/06/2020 ມີ 06 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-28/06/2020 ມີ 2,223 ກໍລະນີ ແລະ ເສຍຊີວິດ 06 ກໍລະນີ. ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 499 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ແຂວງ​ວຽງ​ຈັນ 305 ກໍ­ລະ­ນີ; ອັດ​ຕະ​ປື 230 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 257 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ຄຳ​ມ່ວນ 178 ກໍ­ລະ­ນີ, ເສຍ​ຊີ­ວິດ 1

ຍອດຜູ້ປ່ວຍໄຂ້ຍຸງລາຍທົ່ວປະເທດສູງເຖິງ 2 ພັນກວ່າຄົນ ເສຍຊີວິດ 6 ຄົນ Read More »