May 2020

ທ່ານນາຍົກລັດຖະມົນຕີ ລົງຕິດຕາມ ແລະ ໃຫ້ກໍາລັງໃຈທີມແພດໝໍ-ພະຍາບານໃນການປິ່ນປົວຄົນເຈັບທີ່ຕິດ ເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ

ໃນວັນທີ 27 ເມສາ 2020 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະສະເພະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19ລົງຢ້ຽມຢາມ ເຄື່ອນໄຫວວຽກຢູ່ໂຮງໝໍມິດຕະພາບ(ຕຶກໃໝ່) ໂດຍການຕ້ອນຮັບ ຂອງ ທ່ານ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ ພ້ອມຄະນະ. ນອກຈາກນີ້ ທ່ານ ດຣ ສະໜອງ ທອງຊະນະ ກໍ່ໄດ້ລາຍງານໃຫ້ຮູ້ເຖິງສະພາບການປະຕິບັດໜ້າທີ່ຂອງທີມແພດໝໍ, ການຈັດບຸກຄະລາກອນຮັບໃຊ້ໃນໜ້າວຽກດັ່ງກ່າວ ແລະ ອື່ນໆ. ການລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ລົງຕິດຕາມເບິ່ງ ການປະຕິບັດວຽກຂອງທີມແພດໃນການປິ່ນປົວຄົນເຈັບຜູ້ຕິດເຊື້ອໂຄວິດ-19, ພ້ອມເນັ້ນໜັກການໃຫ້ຄວາມສໍາຄັນຂອງແພດໝໍ ໂດຍສະເພາະແມ່ນຊີວິດການເປັນຢູ່ຂອງເຂົາເຈົ້າ ໃນຂະນະທີ່ກໍາລັງປະຕິບັດໜ້າທີ່.

ທ່ານນາຍົກລັດຖະມົນຕີ ລົງຕິດຕາມ ແລະ ໃຫ້ກໍາລັງໃຈທີມແພດໝໍ-ພະຍາບານໃນການປິ່ນປົວຄົນເຈັບທີ່ຕິດ ເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ Read More »

ສປປ ລາວ ບໍ່ພົບຜູ້ຕິດເຊືຶ້ອພະຍາດໂຄວິດ-19 ຕິດຕໍ່ກັນ 15 ວັນແລ້ວ

ໃນວັນທີ 27 ເມສາ 2020, ຄະນະສະເພາະກິດ ຕ້ານ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫລງຢືນຢັນຕື່ມອີກເປັນມື້ ທີ່ 15 ຕິດຕໍ່ກັນທີ່ ສປປ ລາວບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນ ໂດຍມີການເກັບຕົວຢ່າງມາກວດທັງໝົດ 61 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 5 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 27 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 29 ຄົນ ຊຶ່ງຜົນກວດທັງໝົດ 61 ຄົນ ບໍ່ພົບເຊື້ອ. ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ເປີດເຜີຍວ່າ: ສຳລັບການຕິດຕາມ ຢູ່ສະຖານທີ່ຈຳກັດບໍລິເວນຂອງແຂວງ ແລະ ຜູ້ຈຳກັດບໍລິເວນຢູ່ເຮືອນ ລວມທັງຜູ້ເດີນທາງມາຈາກຕ່າງປະເທດ, ມາຮອດວັນທີ 26 ເມສາ 2020 ທົ່ວປະເທດ ຍັງມີສູນຈໍາກັດບໍລິເວນ ທັງໝົດ 193 ສູນ,

ສປປ ລາວ ບໍ່ພົບຜູ້ຕິດເຊືຶ້ອພະຍາດໂຄວິດ-19 ຕິດຕໍ່ກັນ 15 ວັນແລ້ວ Read More »