ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະຫ້ອງການກະຊວງສາທາ, ກົມກອງ, ສູນ ທີ່ກ່ຽວຂ້ອງໄດ້ຕ້ອນການເຂົ້າຢ້ຽມຄຳນັບ ແລະ ອໍາລາຂອງ ທ່ານ ນາງ. Sonami Tanaka

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະຫ້ອງການກະຊວງສາທາ, ກົມກອງ, ສູນ ທີ່ກ່ຽວຂ້ອງໄດ້ຕ້ອນການເຂົ້າຢ້ຽມຄຳນັບ ແລະ ອໍາລາຂອງ ທ່ານ ນາງ. Sonami Tanaka ຫົວໜ້າທະນະຄານພັດທະນາອາຊີ ປະຈໍາລາວ (ADB ), ທ່ານໄດ້ສໍາເລັດໜ້າທີ່ວຽກງານ ຢູ່ ສປປ ລາວ ໃນວັນທີ 7-17 ຕຸລາ 2024, ຈາກນັ້ນ, ທ່ານລັດຖະມົນຕີ ກະຊວງສາທາລະນະສຸກໄດ້ສະແດງຄວາມຊົມເຊີຍທີ່ທ່ານໄດ້ປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ສໍາລັດ ແລະ ຂໍໃຫ້ທ່ານເດີນທາງກັບຄືນປະເທດດ້ວຍຄວາມປອດໄພ.
ວັນທີ 9 ຕຸລາ 2024 ທີ່ ກະຊວງສາທາລະນະສຸກ
.