ຮອງລັດຖະມົນກະຊວງສາທາລະນະສຸກ, ລົງຕິດຕາມການຝຶກຊ້ອມຮັບສົ່ງຄົນເຈັບຜ່ານເຄື່ອງບິນ ທີ່ໂຮງໝໍມະໂຫສົດ

ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນກະຊວງສາທາລະນະສຸກ, ລົງຕິດຕາມການຝຶກຊ້ອມຮັບສົ່ງຄົນເຈັບຜ່ານເຄື່ອງບິນ ທີ່ໂຮງໝໍມະໂຫສົດ ແລະ ການກະກຽມຄວາມພ້ອມຂອງທິມແພດ ປະຈຳໃນຈຸດບໍລິການຕ່າງໆ ໃນການຮັບໃຊ້ກອງປະຊຸມອາຊຽນ ຄັ້ງທີ 44 ແລະ 45 ທີ່ລາວເປັນເຈົ້າພາບ.