ກອງປະຊຸມໃຫຍ່ຄັ້ງທີ VII ຂອງໜ່ວຍພັກຮາກ​ຖານ​ກົມ​ອາຫານ ​ແລະ ຢາ

  

ກອງປະຊຸມໃຫຍ່ຄັ້ງທີ VII ຂອງໜ່ວຍພັກຮາກ​ຖານ​ກົມ​ອາຫານ ​ແລະ ຢາ ໄດ້ເປີດຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍປອ.ດຣ.ບຸນ​ແຝງ ພູມ​ມະ​ໄລ​ສິດກໍາມະການ​ສູນ​ກາງ​ພັກ, ເລຂາຄະນະ ພັກກະຊວງ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ,ສະຫາຍປອ.ດຣ.ບຸນ​ຊູ​ແກ້ວ​ຫາ​ວົງ ກໍາມະ ການຄະນະພັກກະຊວງ, ຫົວໜ້າກົມອາຫານແລະຢາ ເປັນຄະນະ, ສະຫາຍ ດຣ ສຸກສົມຄວນ ຈັນທະມາດ ເລຂາໜ່ວຍພັກຮາກຖານກົມອາຫານ ແລະຢາ, ຮອງຫົວໜ້າກົມອາຫານ ແລະ ຢາ ທັງເປັນຄະນະ. ມີສະມາຊິກພັກສົມບູນ ທີ່ມີສິດປ່ອນບັດໃນກອງປະຊຸມ ຈໍານວນທັງໝົດ 27 ສະຫາຍ, ມີບັນດາແຂກຖືກເຊີນ ບັນດາໜ່ວຍພັກສາຍອາຫານ ແລະ ຢາ, ຄະນະຕິດຕາມທີມງານ 1, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ແລະ ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມທັງໝົດ 15 ສະຫາຍ.ກອງປະຊຸມໄດ້ເຫັນດີເປັນເອກະພາບກັນຢ່າງສົມບູນຕໍ່ບົດລາຍງານການເມືອງ2021-2024ແລະທິດທາງແຜນ ການ2025-2029ແລະບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ;ບົດລາຍງານການເມືອງໄດ້ສະຫຼູບຜົນສໍາເລັດການ ນໍາພາ-ຊີ້ນໍາແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ່VIIຂອງໜ່ວຍພັກຜ່ານມາທີ່ສະແດງໃຫ້ເຫັນຜົນສໍາເລັດ ຈາກຄວາມພະຍາຍາມບຸກບືນຂອງຄະນະໜ່ວຍພັກ,ສະມາຊິກພັກ-ພະນັກງານທີ່ຍາດມາໄດ້. ກອງປະຊຸມໄດ້ດໍາເນີນການເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ຊຶ່ງມີຜູ້ເຂົ້າສະໝັກທັງໝົດ 05 ສະຫາຍ, ຄັດເລືອກ ເອົາ 03 ສະຫາຍ, ຜົນເລືອກຕັ້ງໃດ້ແກ່:
ສະຫາຍ ດຣ. ສຸກສົມຄວນ ຈັນທະມາດ ເປັນເລຂາໜ່ວຍພັກ, ຊີ້ນຳລວມ,ລົງເລິກວຽກງານການ ເມືອງແນວຄິດ, ການຈັດຕັ້ງ-ພະນັກງານ, ວຽກງານປັບປຸງກໍ່ສ້າງ ແລະ ຂະຫຍາຍພັກ;
ສະຫາຍ ດຣ ນ. ພຸດທະວັນ ອິນລໍຄໍາ ເປັນຮອງເລຂາໜ່ວຍພັກ, ເປັນປະທານກວດກາພັກ-ປ້ອງກັນພາຍໃນ;
ສະຫາຍ ດຣ.ນ.ສຸລິວັນແກ້ວກິນນາລີ ເປັນກຳມະການໜ່ວຍພັກ,ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານຂະບວນການ ແລະ ຮັບຜິດຊອບການເງິນຂອງພັກ.
ຈາກນັ້ນ, ກອງປະຊຸມໄດ້ຮັບກຽດອັນສູງສົ່ງ ຕໍ່ການໂອ້ລົມໃຫ້ຄໍາຄິດຄໍາເຫັນຈາກ ສະຫາຍ ປອ. ດຣ. ບຸນ​ແຝງ ພູມ​ມະ​ໄລ​ສິດ ກໍາມະການ​ສູນ​ກາງ​ພັກເລຂາຄະນະພັກກະຊວງລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກເຊີ່ງສະຫາຍໄດ້ຍ້ອງຍໍຊົມ ເຊີຍຜົນງານອັນໃຫຍ່ຫຼວງທີ່ທາງຄະນະໜ່ວຍພັກຊຸດເກົ່າຍາດມາໄດ້ໃນຊຸມປີຜ່ານມາ,ຄຽງຄູ່ກັນນັ້ນສະຫາຍຍັງໄດ້ ຍົກບາງ ບັນຫາຊຶ່ງທາງຄະນະໜ່ວຍພັກຊຸດໃໝ່ຈະຕ້ອງໄດ້ສືບຕໍ່ປັງປຸງແກ້ໄຂແລະພັດທະນາໃຫ້ດີຂື້ນໂດຍສະເພາະການນໍາພາວຽກ ງານອາຫານ ​ແລະ ຢາ ​ທີ່ເນັ້ນ​ໃສ່ 04 ບັນຫາ​ໃຫ້ມີຜົນສໍາເລັດ.
ວັນທີ 02 ຕຸລາ2024 ທີ່ຫ້ອງປະຊຸມກະຊວງສາທາລະນະສຸກ ຊັ້ນ 6.