ກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນຄຸມກຳເນີດໂລກປະຈຳປີ 2024

  
ກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນຄຸມກຳເນີດໂລກປະຈຳປີ 2024 ຂື້ນທີ່ສູນຄ້າວຽງຈັນເຊັນເຕີ, ເຊິ່ງໃນງານໄດ້ມີບັນຍາກາດຄຶກຄື້ນໄດ້ເຫັນການສະແດງຄວາມສາມາດຂອງຊາວໜຸ່ມໂດຍຜ່ານການສະແດງທີ່ຫຼາກຫຼາຍເຊັນ: ການສະແດງດົນຕີ, ການເຕັ້ນ ແລະ ການສະແດງລະຄອນ.ນອກຈາກນັ້ນຍັງມີການໂຕ້ວາທີລະຫວ່ານັກສຶກສາ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ແລະ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ກ່ຽວກັບ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ພາຍໃຕ້ຫົວຂໍ້: ທາງເລືອກສຳລັບທຸກຄົນ, ເສລີພາບໃນການວາງແຜນ, ອຳນາດໃນການເລືອກ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ບາກທິຢໍ ຄາດີຣ໊ອບ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນໂລກ ປະຈຳ ສປປ ລາວ ແລະ ຫົວໜ້າກົມ, ຮອງກົມ, ພາກສ່ວນຕ່າງໆເຂົ້າຮ່ວມ.
ວັນທີ 25 ກັນຍາ 2024, ທີ່ ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ