ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະຫ້ອງການ, ກົມ, ສູນ ໄດ້ລົງພື້ນທີ່ນ້ຳຖ້ວມແຂວງຫຼວງນ້ຳທາ

ວັນທີ 11 ກັນຍາ 2024, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະຫ້ອງການ, ກົມ, ສູນ ໄດ້ລົງພື້ນທີ່ນ້ຳຖ້ວມແຂວງຫຼວງນ້ຳທາ, ເພື່ອມອບເຄື່ອງຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈຜູ້ປະສົບໄພນ້ຳຖ້ວມ ພ້ອມຊີ້ນຳໃຫ້ພະແນກສາທາລະນະສຸກແຂວງສືບຕໍ່ໃຫ້ການຊ່ວຍເຫຼືອຕໍ່ຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້ ເປັນຕົ້ນແມ່ນການຮັກສາສຸຂະພາບ ເພື່ອໃຫ້ປະຊາຊົນມີຄວາມປອດໄພ ຈາກນັ້ນກໍ່ໄດ້ລົງຢ້ຽມຢາມຈຸດທີ່ຖືກນ້ຳຖ້ວມໂຮງໝໍແຂວງ ແລະ ສູນພັກຜູ້ປະສົບໄພນ້ຳຖ້ວມ 2 ຈຸດຄື: ສະໂມສອນດອກປີກໄກ່ ແລະ ໂຮງຮຽນ ມສ ເທດສະບານແຂວງ

May be an image of 5 peopleMay be an image of 5 people, slow loris and hospital