ກອງປະຊຸມໃຫຍ່ຄັ້ງທີ IV ຂອງ ໜ່ວຍພັກຄະນະແພດສາດ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງ ໜ່ວຍພັກຄະນະແພດສາດ (ທີ່ຂື້ນກັບຄະນະພັກຮາກຖານ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ) ກະຊວສາທາລະນະສຸກ ໄດ້ເປີດຂື້ນຢ່າງເປັນທາງການ ໃນວັນທີ 30 ສິງຫາ ປີ 2024 ທີ່ຫ້ອງປະຊຸມອຳຟີ ວິທະຍາເຂດ ເພຍວັດ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ: ສະຫາຍ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ; ສະຫາຍ ຮສ ດຣ ບຸນຖົມ ຊາມຸນຕຣີ ກຳມະການປະຈຳພັກກະຊວງ, ເລຂາພັກຮາກຖານ, ອະທິ ການ ບໍດີ ມວສ ຫົວໜ້າຄະນະທີມງານທີ 5 ຊີ້ນຳບັ້ນດຳເນີນຊີວິດການເມືອງ; ສະຫາຍ ສຈ ປອ ດຣ ມາຍຟອງ ມາຍຊາຍ ຄະນະກຳມະການພັກກະຊວງ, ຄະນະພັກຮາກຖານ ມວສ, ຮອງຫົວໜ້າທີມງານທີ 5 ຊີ້ນຳບັ້ນດຳເນີນຊີວິດການເມືອງ; ມີບັນດາແຂກຖືກເຊີນ ພ້ອມທັງສະມາຊິກພັກສົມບູນ ແລະ ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມທັງໝົດ 85 ສະຫາຍ.
ກອງປະຊຸມໄດ້ເຫັນດີເປັນເອກະພາບກັນຢ່າງສົມບູນ ຕໍ່ບົດລາຍງານການເມືອງ ຂອງຄະນະໜ່ວຍພັກຊຸດເກົ່າໃນໄລຍະຜ່ານມາ ແລະ ທິດທາງແຜນການ 2025 ຫາ 2030 ແລະໄດ້ດໍາເນີນການເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຊຶ່ງມີຜູ້ເຂົ້າສະໝັກທັງໝົດ 07 ສະຫາຍ, ຄັດເລືອກເອົາ 05 ສະຫາຍ ເປັນຄະນະໜ່ວຍພັກຊຸດໃໝ່ ຜົນການເລຶອກຕັ້ງມີຄື:
ສະຫາຍ ປອ. ດຣ. ອາລົງກອນ ເພັງສະຫວັນ ເປັນເລຂາໜ່ວຍພັກຮັບຜິດຊອບຊີ້ນໍາລວມ, ວຽກງານການເມືອງແນວຄິດ ແລະ ວຽກງານນະໂຍບາຍ ແລະ ກໍ່ສ້າງພັກ;
ສະຫາຍ ປອ. ສຸລິສັກ ຫຼວງລາດ ເປັນຮອງເລຂາໜ່ວຍພັກຮັບຜິດ ຊອບວຽກງານກວດກາ, ວຽກງານປ້ອງກັນຊາດ, ປ້ອງກັນພາຍໃນ, ຊ່ວຍສະຫາຍເລຂາ ວຽກງານ ການເມືອງແນວຄິດ;
ສະຫາຍ ປອ. ດຣ. ຄຳພັນ ປຣະບົວສອນ ເປັນກຳມະການ ຮັບຜິດຊອບວຽກງານສ້າງຂະບວນການ ແລະ ວຽກງານ 3 ອົງການຈັດຕັ້ງມະຫາຊົນ;
ສະຫາຍ ປອ. ດຣ. ອານຸສະຫວັນ ຊະນະໄພ ເປັນກໍາມະການ ຮັບຜິດ ຊອບວຽກງານວິຊາການ, ວິຊາສະເພາະ ແລະ ຄົ້ນຄວ້າວິທະຍາສາດ;
ສະຫາຍ ດຣ. ນ. ສຸລິຈັນ ຄຳພິລາວົງ ເປັນກຳມະການ ຮັບຜິດຊອບສະຖິຕິພັກ ແລະ ການເງິນຂອງພັກ.
ຫຼັງຈາກນັ້ນກອງປະຊຸມໄດ້ຮັບກຽດອັນສູງສົ່ງ ຕໍ່ການໂອ້ລົມໃຫ້ຄໍາຄິດຄໍາເຫັນຈາກ ສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານອັນໃຫຍ່ຫຼວງ ທີ່ທາງຄະນະໜ່ວຍພັກຊຸດເກົ່າທີ່ຍາດມາໄດ້ໃນຊຸມປີຜ່ານມາ, ຄຽງຄູ່ກັນນັ້ນສະຫາຍຍັງໄດ້ຍົກບາງບັນຫາຊຶ່ງທາງຄະນະໜ່ວຍພັກຊຸດໃໝ່ຈະຕ້ອງໄດ້ສືບຕໍ່ປັງປຸງແກ້ໄຂ ແລະ ພັດທະນາໃຫ້ມີຜົນສຳເລັດ.
May be an image of 7 people and textMay be an image of 10 people, dais and text