ກອງປະຊຸມ ປຶກສາຫາລື ແລະ ເສື່ອມສານວຽກງານວິເຄາະພາຍໃຕ້ການສະໜັບສະໜູນງົບປະມານຈາກກອງທຶນໂລກ

ກອງປະຊຸມ ປຶກສາຫາລື ແລະ ເສື່ອມສານວຽກງານວິເຄາະພາຍໃຕ້ການສະໜັບສະໜູນງົບປະມານຈາກກອງທຶນໂລກ HANSA2 (GF-GC7 Matching Fund). ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. ຈັນສາລີ ພົມມະວົງ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ ມີບັນດາທ່ານຫົວໜ້າກົມ/ຮອງກົມ, ຫົວໜ້າ/ຮອງພະແນກສາທາລະນະສຸກແຂວງ, ທ່ານຫົວໜ້າຄະນະອຳນວຍການໂຮງໝໍສູນກາງ, ແຂວງ ພ້ອມດ້ວຍວິຊາການຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ ກໍ່ໄດ້ເຂົ້າຮ່ວມ.
ຈຸດປະສົງກໍ່ເພື່ອປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ ການເພີ່ມທະວີຄວາມເຂັ້ມແຂງ ໃນການບົ່ງມະຕິ ດ້ານວິເຄາະໃນກອບແຜນງານການເຊື່່ອມສານ ໂດຍສະເພາະແມ່ນ ພະຍາດທີ່ເປັນບູລິມະສິດເຊັ່ນ: ໝວດອາການອັກເສບລະບົບຫົວໃຈ, ພະຍາດວັນນະໂລກ ແລະ ພະຍາດເອດສ, ເພື່ອສະເໜີສ້າງຕັ້ງກຸ່ມທີ່ປຶກສາວິຊາການທາງດ້ານເຕັກນິກການແພດ, ການປະກອບເຄື່ອງມືທີ່ທັນສະໃໝ ຊື່ງມັນຮຽກຮ້ອງໃຫ້ມີການລົງທຶນ ໃສ່ເຄື່ອງມືຂອງການບົ່ງມະຕິແຕ່ລະດ້ານ ເພື່ອເຮັດໃຫ້ ຜົນການບົ່ງມະຕິດ້ານວິເຄາະມີຄວາມຖືກຕ້ອງແມ້ນຢໍາ ແລະ ໄວຂື້ນ;. ເພື່ອເພີ້ມທະວີຄວາມເຂັ້ມແຂງ ດ້ານຄວາມຮູ້ຄວາມສາມາດຢ່າງພຽງພໍໃຫ້ແກ່ພະນັກງານວິຊາການດ້ານວິເຄາະ ທີ່ພຽບພ້ອມດ້ວຍທັກສະ ແລະ ຄວາມຮູ້ຂອງເຂົາເຈົ້າ ໂດຍການອົບຮົມ ແລະ ສຶກສາຢ່າງຕໍ່ເນື່ອງເພື່ອໃຫ້ສົມຄູ່ກັບໜ້າວຽກ. ແລະ ເພື່ອຕົກລົງເປັນເອກະພາບໃນກິດແຜນງານເສື່ອມສານການບົ່ງມະຕິດ້ານວິເຄາະໃຫ້ຊັດເຈນ ແລະ ຮັບຮອງຕົວຊີ້ວັດທີ່ຈະຕ້ອງໄດ້ລາຍງານໃນກອງທຶນໂລກ ພາຍໃຕ້ແຜນກິດຈະກຳທີ່ສະນັບສະໜູນ.
ວັນທີ 3 ກັນຍາ 2024 ທີ່ ໂຮງແຮມດອນຈັນພາເລດ
May be an image of 4 people, dais and textMay be an image of 11 people, table, dais and text